wayground logo

Free Printable Worksheets

Font size

S
M
L
XL
Worksheets

Chapter01

Total questions: 10

Worksheet time: 5mins

Name
Class
Date
1.

ຂໍ້ໃດຖືກກັບການເຄື່ອນໄຫວຂອງທະນາຄານ ການຄ້າທີ່ໄດ້ຖອນເງິນຈາກບັນຊີເງິນຝາກກະແສລາຍວັນຂອງ ຕົນຢູ່ທະນາຄານ ສົ່ງເສີມກະສິກໍາ

a)

ຊັບສິນເພີ່ມ

b)

ຊັບສິນຫຼຸດ

c)

ຫນີ້ສິນ ເພີ່ມ

d)

ຫນີ້ສິນຫຼຸດ

2.

ການປະກອບທຶນຂອງບໍລິສັດທີ່ສາມາດຖອກທຶນທີ່ເປັນເງິນໄດ້ 70% ແມ່ນ:

a)

ວິສາຫະກິດຮຸ້ນສ່ວນສາມັນສາມັນ

b)

ບໍລິສັດຮຸ້ນສ່ວນ ຈໍາກັດ

c)

ບໍລິສັດ ຈໍາກັດ

d)

ບໍລິສັດ ມະຫາຊົນ

3.

ການຊື້-ຂາຍເງິນຕາຕ່າງປະເທດແມ່ນເງິນສະກຸນໃດທີ່ເປັນສື່ກາງໃນການແລກປ່ຽນ?

a)

ເງິນໂດລາ

b)

ເງິນບາດ

c)

ເງິນກີບ

d)

ຖືກຫມົດ

4.

ຫຼັກຊັບຫມາຍເຖິງຫຍັງ?

a)

ຫມາຍເຖິງໃບຢັ້ງຢືນຫນີ້ ແລະ ໃບຢັ້ງຢືນທຶນທຸກຊະນິດທີ່ສາມາດປ່ຽນມືໄດ້ໃນຕະຫຼາດຫຼັກຊັບ

b)

ຫມາຍເຖິງໃບຢັ້ງຢືນຫນີ້ ແລະ ໃບຢັ້ງຢືນທຶນ ບາງປະເພດທີ່ສາມາດປ່ຽນມືໄດ້ໃນຕະຫຼາດ

c)

ຫມາຍເຖິງໃບສັນຍາໃຊ້ຫນີ້ ແລະ ໃບຢັ້ງຢືນປະກອບທຶນ ສາມາດປ່ຽນມືໄດ້ໃນຕະຫຼາດຫຼັກຊັບ

d)

ຖືກຫຜິດຫມົດ ມົດ

5.

ການບັນທຶກບັນຊີເປັນເງິນຕາຕ່າງປະເທດສໍາຫຼັບທະນາຄານໃນປື້ມບັນຊີປະຈໍາວັນ ແຕ່ເວລາສະແດງໃນໃບ ລາຍງານການເງິນຈະມີການປະຕິບັດ.........?

a)

ມູນຄ່າເປັນເງິນຕາຕ່າງປະເທດຕາມການບັນທຶກໃນປື້ມບັນຊີປະຈໍາວັນ

b)

ມູນຄ່າເປັນເງິນໂດລາ ເພື່ອສາມາດສະແດງໃຫ້ຜູ້ລົງທຶນຕ່າງປະເທດສາມາດນໍາໃຊ້ໄດ້

c)

ວັດແທກເປັນມູນຄ່າເງິນຕາຕ່າງປະເທດ ສະກຸນເງິນທີ່ນໍາໃຊ້ໃນລາວ

d)

ວັດແທກເປັນມູນຄ່າເງິນກີບ ເພື່ອສະແດງໃນໃບລາຍງານການເງິນຂອງທະນາຄານ

6.

ທຸກໆທ້າຍເດືອນໃດທະນາຄານທຸລະກິດຕ້ອງໄດ້ມີການຄິດໄລ່ ແລະ ບັນທຶກດອກເບ້ຍຕ້ອງຮັບ, ຕ້ອງຈ່າຍ

ທີ່ໄດ້ເກີດຂຶ້ນໃນເດືອນ ເພື່ອບັນທຶກເຂົ້າບັນຊີລາຍຮັບ-ລາຍຈ່າຍທີ່ກ່ຽວຂ້ອງເຖິງແມ່ນວ່າຍັງບໍ່ທັນໄດ້ຮັບຈ່າຍເງິນຕົວຈິງເທື່ອກໍ່ຕາມ ແມ່ນການປະຕິບັດຕາມຫຼັກການບັນຊີໃດ?

a)

ຫຼັກການຮັບຮູ້ເງິນຄ້າງຮັບ-ຄ້າງຈ່າຍ

b)

ຫຼັກການແຫ່ງຄວາມຖືກຕ້ອງທຽບຖານ

c)

ຫຼັກການແຫ່ງຄວາມຮອບຄອບ

d)

ຫຼັກການມູນຄ່າຕົ້ນທຶນເດີມ

7.

ສູດຄິດໄລ່ຫຼັກຄ່າຫຼຸ້ຍຫ້ຽນແບບສະຫມໍ່າສະເຫມີ ໃນການຕິດຕາມຊັບສົມບັດຄົງທີ່ ໃນແຕ່ລະເດືອນແມ່ນ?

a)

ຄ່າຫຼຸ້ຍຫ້ຽນ = ມູນຄ່າເດີມ X ອາຍຸການນໍາໃຊ້

b)

ຄ່າຫຼຸ້ຍຫ້ຽນ = ມູນຄ່າເດີມ / ອາຍຸການນໍາໃຊ້

c)

ຄ່າຫຼຸ້ຍຫ້ຽນ = ມູນຄ່າຊື້ > ການນໍາໃຊ້ຕົວຈິງ

d)

ຄ່າຫຼຸ້ຍຫ້ຽນ = ມູນຄ່າຊື້ /ອາຍຸການນໍາໃຊ້

8.

ລູກຄ້ານໍາເງິນໂດລາ ສົດຈໍານວນ 10 ໂດລາ ມາແລກເອົາເງິນກີບສົດ, ອັດຕາຊື້ ທະນາຄານແມ່ນ: 1$ = 8,000ກີບ, ຂາຍ i$= 8,100 ກີບ ຖາມວ່າລູກຄ້າຈະໄດ້ເງິນກີບເທົ່າໃດ?

a)

80,000 ກີບ

b)

81,000ກີບ

c)

80,100ກີບ

d)

ຜິດຫມົດ

9.

ຂໍ້ໃດລຸ່ມນີ້ແມ່ນຈໍານວນເງິນດອກເບ້ຍທີ່ທະນາຄານຈະໄດ້ຮັບຈາກລູກຄ້າ ໃນທ້າຍເດືອນີ່ 09/2018 ຮູ້ວ່າ: : ວັນທີ 15/9/18 ທະນາຄານໄດ້ຈ່າຍເງິນໃຫ້ລູກຄ້າກູ້ຢືມເງິນຈໍານວນ 36.000.000 ກີບ, ໃນອັດຕາດອກ ເບ້ຍ 12% ຕໍ່ປີ.

a)

180.000ກີບ

b)

192.000ກີບ

c)

360.000ກີບ

d)

ຜິດຫມົດ

10.

ຮູ້ວ່າຕຶກອາຄານທີ່ໃຫ້ ບໍລິສັດ ເຄເຄ ເຊົ່າເປັນຫ້ອງການ ແມ່ນມີການຫັກຄ່າຫຼຸ້ຍຫ້ຽນແບບສະເຫນີໂຕມາ

ເດືອນ 6/2015, ເຊິ່ງມີການຫັກຄ່າຫຼຸ້ຍຫ້ຽນສໍາເລັດແລ້ວ 204 ເດືອນ (ອາຍຸການນໍາໃຊ້ ແມ່ນ 240ເດືອນ), ມູນຄ່າເພີ້ມ 90.000.000ກີບ ຂໍ້ໃດລຸ່ມນີ້ ແມ່ນມູນຄ່າຫຼັກຄ່າຫຼຸ້ຍຫ້ຽນທີ່ບໍ່ທັນສໍາເລັດ?

a)

13.350.000 ກີບ

b)

13.125.000 ກີບ

c)

13.875.000 ກີບ

d)

13.500.000 ກີບ