NEW
Font size
Worksheetsແບບທົດສອບລະບຽບວິໄຈ 1 LAN
Total questions: 12
Worksheet time: 21mins
ຂໍ້ໃດຕໍ່ໄປນີ້ແມ່ນ"ຄວາມໝາຍຂອງການວິໄຈ"?
ສະແຫວງຫາຄວາມຈິງໂດຍມີຈຸດມຸ່ງໝາຍເພື່ອອະທິບາຍ, ທຳນາຍ ແລະ ເຂົ້າໃຈປະກົດການທີ່ ເກີດຂຶ້ນຢ່າງເປັນລະບົບ
ຂະບວນການຄົ້ນຫາ ຄວາມຮູ້, ຄວາມຈິງຢ່າງມີເຫດຜົນ ແລະ ເຊື່ອຖືໄດ້ຕາມແນວທາງຂອງວິທະຍາສາດ
ຂະບວນການທີ່ມີລະບົບ, ມີແບບແຜນ, ມີຈຸດມຸ່ງໝາຍທີ່ແນ່ນອນ ແລະຊັດເຈນ, ດຳເນີນການສຶກສາຄົ້ນຄວ້າຢ່າງຮອບຄອບ, ບໍ່ລຳອຽງ, ມີຫຼັກເຫດຜົນ
ຖືກໝົດທຸກຂໍ້
ຂໍ້ຄວາມຕໍ່ໄປນີ້ແມ່ນການວິໄຈແບບໃດ? "ວິໄຈເພື່ອນຳເອົາຜົນໄດ້ຮັບມາທົດລອງ. ສືບຕໍ່ນຳໃຊ້ເພື່ອແກ້ໄຂບັນຫາອື່ນໆ ເຊັ່ນການວິໄຈທາງການແພດ"
ການວິໄຈບໍລິສຸດ
ການວິໄຈປະຍຸກ
ການວິໃຈປະຕິບັດການ
ການວິໄຈແບບທົດລອງ
ຂໍ້ຄວາມຕໍ່ໄປນີ້ແມ່ນການວິໄຈແບບໃດ? "ການຄົ້ນຄວ້າເພື່ອຄົ້ນຫາທິດສະດີ, ສູດ, ຫລືສ້າງກົດລະບຽບເພື່ອເປັນພື້ນຖານໃຫ້ແກ່ການສຶກສາຄົ້ນຄ້ວາໃນຕໍ່ໜ້າ"
ການວິໄຈບໍລິສຸດ
ການວິໄຈປະຍຸກ
ການວິໃຈປະຕິບັດການ
ການວິໄຈແບບທົດລອງ
ຂໍ້ຄວາມຕໍ່ໄປນີ້ແມ່ນການວິໄຈແບບໃດ? "ການສຶກສາກ່ຽວກັບຕົວແປຄວບຄຸມໂດຍການສຸມໃສ່ການຄົ້ນຄວ້າ ແລະ ການສັງເກດເບິ່ງຜົນໄດ້ຮັບ ສ່ວນຫຼາຍແມ່ນໃຊ້ໃນການທົດລອງວິທະຍາສາດ "
ການວິໄຈບໍລິສຸດ
ການວິໄຈປະຍຸກ
ການວິໃຈປະຕິບັດການ
ການວິໄຈແບບທົດລອງ
ຂໍ້ຄວາມຕໍ່ໄປນີ້ແມ່ນການວິໄຈແບບໃດ? "ການວິໄຈທີ່ນຳໃຊ້ຂໍ້ມູນທາງຄະນິດສາດແລະສະຖິຕິ "
ການສຳຫຼວດ
ການວິໄຈປະຫວັດສາດ
ການວິໄຈແບບພັນລະນາ
ວິໄຈຮູບແບບປະລິມານ
ຂໍ້ຄວາມຕໍ່ໄປນີ້ແມ່ນການວິໄຈແບບໃດ? "ການສຶກສາຂໍ້ມູນຄວາມຈິງໃນອະດີດ ເພື່ອນຳໃຊ້ຄວາມຮູ້ເພື່ອອະທິບາຍເຫດການໃນປະຈຸບັນ ແລະ ອະນາຄົດ"
ການສຳຫຼວດ
ການວິໄຈປະຫວັດສາດ
ການວິໄຈແບບພັນລະນາ
ວິໄຈຮູບແບບປະລິມານ
ການຂຽນບົດລາຍງານການວິໄຈມີຈັກບົດ
2
3
4
5
ການຂຽນຂອບເຂດການວິໄຈແມ່ນນອນຢູ່ບົດທີ່ເທົ່າໃດ
2
3
4
5
ບົດທີ່ 4 ມີຫົວຂໍ້ວ່າແນວໃດ
ບົດນຳ
ເອກະສານ ແລະ ງານວິໄຈທີ່ກ່ຽວຂ້ອງ
ວິທີດຳເນີນການສຶກສາ
ຜົນຂອງການສຶກສາ
ຄຳເວົ້້າຕໍ່ໄປນີ້ແມ່ນໃຊ້ເພື່ອ "ເປັນປະໂຫຍດ, ຄວບຄຸມໄດ້, ຄຸ້ມຄ່າ"
ກຳນົດບັນຫາການວິໄຈ
ກຳນົດຈຸດປະສົງຂອງການວິໄຈ
ກຳນົດຫົວຂໍ້ຂອງການວິໄຈ
ກຳນົດຜົນປະໂຫຍດຄາດວ່າຈະໄດ້ຮັບຂອງການວິໄຈ
ຕໍ່ໄປນີ້ຂໍ້ໃດບໍ່ແມ່ນແຫຼ່ງທີ່ມາຂອງບັນຫາການວິໄຈ?
ການເຂົ້າຮ່ວມປະຊຸມ ສໍາມະນາ ອົບຮົມ ທາງວິຊາການ
ຈາກການຊອກຫາໃນຫົວຂໍ້ຕ່າງໆທີ່ມີຄົນເຮັດໄວ້ແລ້ວ
ທິດສະດີ ຂໍ້ສະເໜີແນະໃໝ່ໆ ແລະ ບົດຄວາມ
ການສັງເກດສິ່ງໃດສິ່ງໜຶ່ງ
ຕໍ່ໄປນີ້ຂໍ້ໃດບໍ່ແມ່ນເກນໃນເລືອກບັນຫາທີ່ຈະວິໄຈ?
ເປັນເລື່ອງທີ່ຜູ້ວິໄຈສົນໃຈ
ເປັນເລື່ອງທີ່ບໍ່ມີເງິນພຽງພໍໃນຄ່າໃຊ້ຈ່າຍ
ເປັນບັນຫາທີ່ມີຄວາມສໍາຄັນ
ສາມາດຂໍຄວາມຮ່ວມມືຈາກຜູ້ທີ່ກ່ຽວຂ້ອງໃນການວິໄຈ
