NEW
Font size
Worksheetsວັດຖຸອັນຕະລາຍ
Total questions: 12
Worksheet time: 14mins
1) ວັດຖຸອັນຕະລາຍຖືກກຳນົດມີຫຍັງແດ່?
ກ) ວັດຖຸໄວໄຟ, ວັດຖຸມີພິດ, ວັດຖຸຢ່າງອື່ນບໍ່ວ່າຈະເປັນເຄມີ ຫລື ສິ່ງອື່ນ
ຂ) ວັດຖຸທີ່ເຮັດໃຫ້ເກີດພະຍາດ, ວັດຖຸທີ່ສາມາດແຜ່ຣັງສີ
ຄ) ວັດຖຸທີ່ກໍ່ໃຫ້ເກີດການປ່ຽນແປງທາງພັນທຸກຳ, ກໍ່ໃຫ້ເກີດການລະຄາຍເຄືອງ
ງ) ຖືກໝົດທຸກຂໍ້
2) ວັດຖຸລະເບີດແມ່ນວັດຖຸແນວໃດ?
ກ) ວັດຖຸທາງເຄມີ ທີ່ມີຄວາມສາມາດໃນການລຸກໄໝ້ ແລະ ປ່ອຍແກ໊ສ ປະລິມານຫລາຍອອກມາ
ຂ) ວັດຖຸ ຫລື ສານທີ່ສາມາດລຸກໄຟໄດ້ໂດຍງ່າຍ ເມື່ອໄດ້ຮັບຄວາມຮ້ອນ ຫລື ປະກາຍໄຟໂດຍມີລັກສະນະເປັນ ທາດແຫລວ,ແກ໊ສ ຫລື ຂອງແຂງ.
ຄ) ວັດຖຸອັນຕະລາຍ ເມື່ອປະໄວ້ຈະເກີດການລະເບີດຂຶ້ນ
ງ) ວັດຖຸທີ່ກໍ່ໃຫ້ເກີດການປ່ຽນແປງທາງເຄມີ
3) ວັດຖຸລະເບີດມີຈັກປະເພດ ຄືປະເພດໃດແດ່?
ກ) ມີ 4 ປະເພດ ຄື: 1) ປະເພດແຕກຫັກ, 2) ປະເພດຕັດ, 3) ປະເພດເຈາະ, 4) ດິນລະເບີດ
ຂ) ມີ 5 ປະເພດ ຄື: 1) ປະເພດແຕກຫັກ, 2) ປະເພດຕັດ, 3) ປະເພດເຈາະ, 4) ປະເພດນ້ຳ, 5) ດິນລະເບີດ
ຄ) ມີ 3 ປະເພດ ຄື: 1) ປະເພດແຕກຫັກ, 2) ປະເພດຕັດ, 3) ປະເພດເຈາະ,
ງ) ມີ 2 ປະເພດ ຄື: 1) ປະເພດຕັດ, 2) ປະເພດເຈາະ,
4) ວັດຖຸໄວໄຟແມ່ນວັດຖຸແນວໃດ?
ກ) ວັດຖຸທີ່ໄດ້ມາຈາກທະເລ
ຂ) ວັດຖຸທາງເຄມີ ທີ່ມີຄວາມສາມາດໃນການລຸກໄໝ້ ແລະ ປ່ອຍແກ໊ສ ປະລິມານຫລາຍອອກມາ
ຄ) ວັດຖຸ ຫລື ສານທີ່ສາມາດລຸກໄຟໄດ້ໂດຍງ່າຍ ເມື່ອໄດ້ຮັບຄວາມຮ້ອນ ຫລື ປະກາຍໄຟໂດຍມີລັກສະນະເປັນທາດແຫລວ,ແກ໊ສ,ຂອງແຂງ.
ງ) ວັດຖຸແຫ້ງ, ທາດແຫຼວ ທີ່ມີສ່ວນປະສົມຂອງອາກາດ
5) ກວດກາສະພາບແວດລ້ອມໃນເວລາຈອດມີຫຍັງແດ່?
ກ) ອຸປະກອນໃຫ້ຄວາມຮ້ອນດ້ວຍໄຟຟ້າຖືກວາງຢູ່ໄກວັດຖຸຕິດໄຟ, ກຳນົດສະຖານທີ່ສຳລັບດູດຢາ
ຂ) ກວດວັດຖຸຕິດໄຟທີ່ຢູ່ອ້ອມຮອບບໍລິເວນທີ່ເຮັດວຽກ, ເຕົາໄຟ
ຄ) ຕ້ອງເປັນພື້ນປູຊີມັງ ຫຼື ຢາງອັດສະຟານ, ມີແສງແດດສ່ອງໄດ້
ງ) ຂໍ້ ກ ແລະ ຂ ຖືກ
6) ໃຫ້ບອກສະຖານທີ່ເກັບມ້ຽນບັ້ງອົກຊີ?
ກ) ບໍ່ໄວ້ຖັງແກ໊ສໃນບ່ອນທີ່ມີອຸນນະພູມສູງກວ່າ 40°C,ໃຫ້ຕັ້ງຖັງຢູ່ກັບທີ່ຢ່າງຫມັ້ນຄົງເພີ່ອະປ້ອງກັນການລົ້ມລົງມາ
ຂ) ມີການໃຊ້ຈຸກປິດ (Cap) ປິດຂະນະກໍ່ການຂົນສົ່ງຖັງແກ໊ສແລະ ຂະນະທີ່ບໍ່ໄດ້ໃຊ້ແກ໊ສ
ຄ) ສະຖານທີ່ເກັບຖັງແກ໊ສຕິດໄຟ ຫລື ຖັງແກ໊ສມີພິດໄດ້ມີການຂຽນຂໍ້ຄວາມດັ່ງຕໍ່ໄປນີ້ ເຊັ່ນ ໄວໄຟ, ຫ້າມສູບຢາ, ຫ້າມເຂົ້າ ແລະ ອື່ນໆຕິດໄວ້ ໄວ້,
ງ) ຖືກໝົດທຸກຂໍ້
7) ໃຫ້ບອກວິທີເກັບມ້ຽນພາຊະນະບັນຈຸສານເຄມີທີ່ຖືກຕ້ອງ?
ກ) ເກັບໄວ້ບ່ອນອາກາດຖ່າຍເທດີ
ຂ) ເກັບໄວ້ໃນຕູ້ເຢັນ ຫຼື ສະຖານທີ່ຕ່າງໆທີ່ມີອຸນຫະພູມຕ່ຳ
ຄ) ໄວ້ໃນຫ້ອງສະເພາະບໍ່ປົນກັບສານເຄມີຊະນິດອື່ນ
ງ) ເກັບໄວ້ໃນຫ້ອງໄຕ້ດິນ ແລະ ປິດຫ້ອງໃຫ້ແຈບ
8) ການກວດກາພາຊະນະບັນຈຸທິນເນີ ຫຼື ສານເຄມີຕ່າງໆມີຈັກວິທີ?
ກ) 6
ຂ) 4
ຄ) 3
ງ) 2
9) ອຸນຫະພູມທີ່ເກີດອຸບັດຕິເຫດ ກ່ຽວກັບສານເຄມີເທົ່າໃດ?
ກ) 10 ອົງສາເຊນຊຽດ
ຂ) 20 ອົງສາເຊນຊຽດ
ຄ) 50 ອົງສາເຊນຊຽດ
ງ) 100 ອົງສາເຊນຊຽດ
10) ລະດັບຂອງການປ້ອງກັນອັນຕະລາຍສຳລັບບຸກຄົນມີຈັກປະເພດ?
ກ) 4 ປະເພດ
ຂ) 5 ປະເພດ
ຄ) 6 ປະເພດ
ງ) 7 ປະເພດ
11) ຜູ້ໃດສາມາດປະຖົມພະຍາບານເບື້ອງຕົ້ນໃຫ້ແກ່ຜູ້ເກີດອຸບັດຕິເຫດ?
ກ) ຜູ້ທີ່ມີມີອາຍຸເກີນ 20 ປີຂຶ້ນໄປ
ຂ) ຜູ້ທີ່ຢູ່ໃນເຫດການ
ຄ) ຜູ້ທີ່ໄດ້ຮັບການອົບຮົມມາແລ້ວ
ງ) ຖືກໝົດທຸກຂໍ້
12) ຖ້າເຮົາໃຫ້ກຽດຄູ ເຮົາຈະປະຕິບັດຕົນແນວໃດ?
ກ) ຕັ້ງໃຈຟັງ, ບໍ່ປາກໃນເວລາເພິ່ນອະທິບາຍ, ຊິ້ຂອງຂັວນໃຫ້, ຊວນເພິ່ນໄປສ້າງສັນ
ຂ) ມາໃຫ້ທັນເວລາ, ບໍ່ປາກບໍ່ຖາມໃນເວລາຢູ່ຫ້ອງຮຽນ, ຢອກໝູ່ໃນເວລາຮຽນ
ຄ) ຍ້ອງຍໍຕໍ່ໜ້າ, ບໍ່ສັງເກດໃນເວລາຢ່າງ, ເອົາເງິນໃສ່ຊອງໃຫ້ເພິ່ນ, ຂໍຄະແນນເພິ້ມ
ງ) ຟັງໃນເວລາເພິ່ນເວົ້າ, ຖາມໃນເວລາເພິ່ນໃຫ້ຖາມ, ໄປລາມາຄອບ, ຫຼີກທາງໃຫ້ເພິ່ນ
