NEW
Font size
WorksheetsProb.revert L.04
Total questions: 11
Worksheet time: 12mins
1) ໃຫ້ຍອກໜ້າທີ່ຂອງໄຟຖອຍ?
ກ. ເຕືອນໃຫ້ຜູ້ຂັບຂີ່ທີ່ຢູ່ທາງຫຼັງວ່າລົດທາງໜ້າກຳລັງຖອຍຫຼັງ
ຂ. ບອກຂອບເຂດຂອງກົ້ນລົດ
ຄ. ເຢືອງທາງດ້ານຫຼັງ
ງ. ຖືກໝົດທຸກຂໍ້
2) ໃຫ້ບອກສ່ວນປະກອບໃນວົງຈອນໄຟຖອຍ?
ກ. ໝໍ້ໄຟ, ຟີວໄຟຖອຍ
ຂ. ສະວິກໄຟຈູດລະເບີດ, ສະວິກໄຟຖອຍ
ຄ. ດອກໄຟຖອຍຂ້າງຊ້າຍ ແລະ ຂວາ
ງ. ຖືກໝົດທຸກຂໍ້
3) ໃຫ້ອະທິບາຍການທຳງານຂອງໄຟຖອຍ?
ກ. ເມື່ອຕິດຈັກໃສ່ເກຍຖອຍ ໄຟບວກຈາກສະວິກໄຟຈູດລະເບີດຈະແລ່ນໄປຜ່ານສະວິກໄຟຖອຍຜ່ານຟີວໄຟຖອຍແລ່ນໄປຫາດອກໄຟຖອຍຂ້າງຂວາຕໍ່ໄປຫາດອກໄຟຖອຍຂ້າງຊ້າຍ ຜ່ານໃສ້ຫຼອດລົງລົບຄົບວົງຈອນເຮັດໃຫ້ດອກໄຟຖອຍຮຸ່ງ
ຂ. ເມື່ອຕິດຈັກໃສ່ເກຍຖອຍ ໄຟບວກຈາກສະວິກໄຟຈູດລະເບີດຈະຜ່ານຟີວໄຟຖອຍແລ່ນໄປຫາດອກໄຟຖອຍທັງສອງລົງລົບຄົບວົງຈອນເຮັດໃຫ້ດອກໄຟຖອຍຮຸ່ງ
ຄ. ເມື່ອຕິດຈັກໃສ່ເກຍຖອຍ ໄຟບວກຈາກໝໍ້ໄຟໄປຫາສະວິກໄຟຖອຍຜ່ານຟີວໄຟຖອຍແລ່ນໄປຫາດອກໄຟຖອຍ ຜ່ານໃສ້ຫຼອດລົງລົບຄົບວົງຈອນເຮັດໃຫ້ດອກໄຟຖອຍຮຸ່ງ
ງ. ຖືກໝົດທຸກຂໍ້
4) ຄ່າກຳລັງງານຂອງດອກໄຟຖອຍ?
ກ. 8 W
ຂ. 12 W
ຄ. 21 W
ງ. 25 W
5) ສະວິກໄຟຖອຍຕິດຕັ້ງຢູ່ບ່ອນໃດ?
ກ. ຢູ່ຜາງຕີນຄາດ
ຂ. ທ້າຍກະປຸກເກຍ
ຄ. ບໍລິເວນເຄື່ອງຈັກ
ງ. ບໍລິເວນຄັນເກຍ
6) ໂຄມໄຟຖອຍເປັນສີຫຍັງ?
ກ. ສິຂາວ
ຂ. ສີເຫຼືອງ
ຄ. ສີແດງ
ງ. ສີຟ້າ
7) ໂຄມໄຟຖອຍເປັນສີຫຍັງ?
ກ. ສິຂາວ
ຂ. ສີເຫຼືອງ
ຄ. ສີແດງ
ງ. ສີຟ້າ
8) ຖ້າຟີວໄຟຖອຍຂາດຈະເກີດຫຍັງຂຶ້ນໃນລະບົບ?
ກ. ດອກໄຟຖອຍບໍ່ຮຸ່ງເມື່ອໃສ່ເກຍຖອຍ
ຂ. ດອກໄຟຖອຍຮຸ່ງບາງຄັ້ງຄາວ ເມື່ອໃສ່ເກຍຖອຍ
ຄ. ດອກໄຟຖອຍຮຸ່ງເມື່ອໃສ່ເກຍຖອຍ
ງ. ຖືກໝົດທຸກຂໍ້
9) ຖ້າສະວິກໄຟຖອຍເພ ຈະເກີດຫຍັງຂຶ້ນໃນລະບົບ?
ກ. ດອກໄຟຖອຍຮຸ່ງເລີຍເມື່ອໃສ່ເກຍຖອຍ
ຂ. ດອກໄຟຖອຍບໍ່ຮຸ່ງ ເມື່ອໃສ່ເກຍຖອຍ
ຄ. ບໍ່ມີໄຟເຂົ້າສະວິກໄຟຖອຍ
ງ. ໄຟຕົກໃນວົງຈອນ
10) ຖ້າຂົ້ວສຽບສາຍໄຟບໍ່ແໜ້ນ ຈະເກີດຫຍັງຂຶ້ນໃນລະບົບໄຟຖອຍ?
ກ. ດອກໄຟຖອຍຮຸ່ງເລີຍເມື່ອໃສ່ເກຍຖອຍ
ຂ. ດອກໄຟຖອຍບໍ່ຮຸ່ງ ເມື່ອໃສ່ເກຍຖອຍ
ຄ. ດອກໄຟຖອຍບາດຮຸ່ງ ບາດບໍ່ຮຸ່ງ ເມື່ອໃສ່ເກຍຖອຍ
ງ. ໄຟຕົກໃນວົງຈອນ
10) ຂໍ້ໃດທີ່ເປັນຂໍ້ຫ້າມໃນພະແນກຊ່າງລົດ?
ກ. ຫ້າມຢອກກັນໃນເວລາເຮັດວຽກ, ຫ້າມບໍ່ໃຫ້ໃສ່ໂມງ, ສາຍແຂນ,ກາລະວັດ
ຂ. ຫ້າມບໍ່ໃຫ້ໃຊ້ສິ່ງຂອງສ່ວນລວມ
ຄ. ຫ້າມບໍ່ໃຫ້ເປີດໂທລະສັບໃນເວລາພັກຜ່ອນ
ງ. ຫ້າມໃຊ້ຫົວເປົ່າລົມໃນເວລາເຮັດວຽກປະຕິບັດ
