Worksheetsກິດຈະກຳແບບທົດສອບຄວາມເຂົ້າໃຈ
Total questions: 20
Worksheet time: 17mins
2. ການລົງທຶນໃນຫຼັກຊັບໝາຍເຖິງ
ກ. ການລົງທຶນຊື້ເຄື່ອງອຸປະໂພກ ແລະ ມີຈຸດປະສົງການຄ້າ
ຂ. ການລົງທຶນໃນສ້າງໂຮງງານ ແລະ ດຳເນີນທຸລະກິດໂດຍກົງ
ຄ. ການລົງທຶນທາງອອ້ມກັບຫຼັກຊັບ ຫຼື ເອກະສານທາງການເງິນ
3. ຂໍ້ໃດບໍ່ແມ່ນລັກສະນະຄວາມສໍາຄັນຂອງການພົວພັນລະຫວ່າງພາກຄົວເຮືອນ ແລະ ທຸລະກິດ
ກ. ສິນຄ້າ ແລະ ບໍລິການ
ຂ. ເງິນທຶນ ແລະ ແຮງງານ
ຄ. ຄ່າຄອງຊີບ
ງ. ການຈ່າຍດອກເບ້ຍ, ເງິນເດືອນ ແລະ ເງິນປັນຜົນ
4. ຂໍ້ໃດບໍ່ແມ່ນເປົ້າໝາຍການລົງທຶນ
ກ. ຄວາມສາມາດໃນການປ່ຽນເປັນເງິນສົດໄດ້ທັນທີ
ຂ. ຄວາມປອດໄພຂອງເງິນລົງທຶນ
ຄ. ການພະຍາກອນຜົນກຳໄລ
ງ. ຄວາມຄ່ອງຕົວໃນການຊື້-ຂາຍ
5. ຜູ້ທີ່ມີອາຍຸນ້ອຍລະຫວ່າງ 25-40 ປີ ມັກຈະ:
ກ. ລົງທຶນໃນຫຼັກຊັບທີ່ໃຫ້ລາຍໄດ້ປະຈຳ ທັງນີ້ເນື່ອງຈາກພາລະທາງຄອບຄົວ
ຂ. ມັກຈະກ້າສ່ຽງ ແລະ ສົນໃຈໃນຫຼັກຊັບທີ່ຈະເຮັດເກີດດອກອອກຜົນແກ່ເງິນລົງທຶນ
ຄ. ຍິ່ງພໍໃຈລົງທຶນໃນຫຼັກຊັບທີ່ໃຫ້ລາຍໄດ້ແນ່ນອນ.
6. ທາງເລືອກໃນການລົງທຶນ
ກ. ກຳນົດເປົ້າໝາຍທີ່ແນ່ນອນ ແລະ ກຳນົດເປົ້າໝາຍທີ່ບໍ່ແນ່ນອນ
ຂ. ການລົງທຶນທາງກົງ ແລະ ການລົງທຶນທາງອອ້ມ
ຄ. ການເກີດດອກອອກຜົນຂອງເງິນລົງທຶນ
ງ. ການກະຈາຍ(ແຈກຢາຍ)ເງິນລົງທຶນ
7. ຂັ້ນຕອນໃນການລົງທຶນ
ກ. ການວິເຄາະການລົງທຶນ
ຂ. ການໃຊ້ນະໂຍບາຍເງິນຕາ
ຄ. ການປະເມີນມູນຄ່າເງິນລົງທຶນ
ງ. ການສ້າງກຸ່ມຊັບສິນລົງທຶນ
8. ຕະຫຼາດຫຼັກຊັບລາວສ້າງຕັ້ງຂຶ້ນວັນທີ ເດືອນ ປີ:
ກ. 01/01/2007
ຂ. 10/10/2010
ຄ. 11/01/2011
ງ. 01/01/2001
9. ບໍລິສັດທີ່ເຂົ້າເປັນບໍລິສັດຈົດທະບຽນໃນວັນທີ 11/01/2011 ໄດ້ແກ່:
ກ. ຄະນະກຳມະການຄຸ້ມຄ້ອງຫຼັກຊັບ ແລະ ຕະຫຼາດຫຼັກຊັບລາວ
ຂ. ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
ຄ. ບໍລິສັດ ລາວເວີນ ມະຫາຊົນ ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
10. ຕະຫຼາດທຶນໝາຍເຖິງ
ກ. ຕະຫຼາດການເງິນ
ຂ. ທະນາຄານທຸລະກິດ
ຄ. ຕະຫຼາດຫຼັກຊັບ
ງ. ທະນາຄານແຫ່ງ ສປປ ລາວ
11. ຕະຫຼາດຂັ້ນໜຶ່ງແມ່ນໄດ້ຮັບການອະນຸມັດໃຫ້ອອກຈໍາໜ່າຍຈາກ
ກ. ທະນາຄານແຫ່ງ ສປປ ລາວ
ຂ. ກະຊວງອຸດສາຫະກຳ ແລະ ການຄ້າ
ຄ. ຄະນະກຳມະການຄຸ້ມຄອງຫຼັກຊັບ
ງ. ຕະຫຼາດຫຼັກຊັບ
12. ຂໍ້ໃດບໍ່ແມ່ນຜູ້ທີ່ມີສ່ວນຮ່ວມການອອກຫຼັກຊັບ
ກ. ບໍລິສັດຫຼັກຊັບ
ຂ. ບໍລິສັດກວດສອບພາຍນອກ
ຄ. ບໍລິສັດບໍລິຫານກິດຈະການສາກົນ
ງ. ບໍລິສັດຈົດທະບຽນ
13. ໜ້າທີ່ຂອງບໍລິສັດຫຼັກຊັບ
ກ. ເປັນຜູ້ຄໍ້າປະກັນຈັດຈຳໜ່າຍຮຸ້ນ
ຂ. ທີ່ປຶກສາດ້ານການເງິນ
ຄ. ເປັນຜູ້ກວດສອບບັນຊີ ແລະ ຢັ້ງຢືນຫຼັກການບັນຊີ
ງ. ທີ່ນາຍໜ້າຊື້-ຂາຍຫຼັກຊັບ
14. ການສະເໜີຂາຍຮຸ້ນໃຫ້ແກ່ມວນຊົນຄັ້ງທໍາອິດໝາຍເຖິງ
ກ. ESOP
ຂ. PP
ຄ. IPO
ງ. RO-PO
15. ການລົງທຶນໃນຕະຫຼາດຫຼັກຊັບຕ້ອງມີບັນຊີໃດແດ່:
ກ. ບັນຊີຫຼັກຊັບ, ບັນຊີທະບຽນຮຸ້ນ ແລະ ບັນຊີກະແສລາຍວັນ
ຂ. ບັນຊີເງິນຝາກມີກຳນົດ ແລະ ບັນຊີຝາກປະຫຍັດ
ຄ. ບັນຊີຫຼັກຊັບ, ບັນຊີທະບຽນຮຸ້ນ ແລະ ບັນຊີຝາກປະຫຍັດ
ງ. ບັນຊີຫຼັກຊັບ ແລະ ບັນຊີຝາກປະຫຍັດ
16. ວິທີການຈັບຄູ່ລາຄາຮຸ້ນລາຍວັນ
ກ. ການປະມູນລາຄາ
ຂ. ການຈັບຄູ່ອັດຕະໂນມັດ
ງ. ການປະມູນລາຄາ ແລະ ການຈັບຄູ່ອັດຕະໂນມັດ
ຄ. ການປະມູນລາຄາປິດ ແລະ ລາຄາເປິດ
17. ຂອບເຂດການປ່ຽນແປງລາຄາຮຸ້ນລາຍວັນ
ກ. ± 10%
ຂ. ± 20%
ຄ. ± 10%
ກ. ± 100%
18. ບໍລິສັດ ເຄພີ ມະຫາຊົນ ຕ້ອງການຂາຍຮຸ້ນ 15% ຂອງ ຈໍານວນ 135.000.000 ຮຸ້ນ ບໍລິສັດຈະຕ້ອງການຈໍາ ໜ່າຍຮຸ້ນຄັ້ງທຳອິດ (IPO) ເທົ່າໃດ? ແລະ ຂາຮຸ້ນສ້າງຕັ້ງຈະມີສັດສ່ວນຫຼັງການອອກຈຳໜ່າຍເທົ່າໃດ
ກ. 30.250.000 ຮຸ້ນ ແລະ 86,96%
ຂ. 20.250.000 ຮຸ້ນ ແລະ 85,53%
ຄ. 30.250.000 ຮຸ້ນ ແລະ 85,53%
ງ. 20.250.000 ຮຸ້ນ ແລະ 86,96%
19. ບໍລິສັດ ເຄພີ ມະຫາຊົນ ຕ້ອງການຂາຍຮຸ້ນ 15% ຂອງ ຈໍານວນ 135.000.000 ຮຸ້ນ ແລະ ບໍລິສັດຕ້ອງການລະດົມທຶນເພື່ອຂະຫຍາຍກິດຈະການຈຳນວນ 40.905.000.000 ກີບ, ບໍລິສັດຕ້ອງຂາຍຮຸ້ນໃນລາຄາຮຸ້ນລະເທົ່າໃດ?
ກ. 3.020 ກີບ
ຂ. 4.020 ກີບ
ຄ. 2.020 ກີບ
ງ. 5.050 ກີບ
20. ບໍລິສັດ ເຄພີ ມະຫາຊົນ ມີກໍາໄລສຸດທິ 93.000.000.000 ກີບ ທຽບໃສ່ຫຼັງຈາກການອອກຈໍາໜ່າຍຮຸ້ນໃຫ້ແກ່ມວນຊົນຄັ້ງທໍາອິດ ບໍລິສັດຈະມີກໍາໄລຕໍ່ຮຸ້ນເທົ່າໃດ?
ກ. 499 ກີບ
ຂ. 450 ກີບ
ຄ. 550 ກີບ
ງ. 599 ກີບ
1. ການລົງທຶນເພື່ອບໍລິໂພກໝາຍເຖິງ
ກ. ການລົງທຶນເພື່ອໃຊ້ສອຍທົ່ວໄປ
ຂ. ການລົງທຶນເພື່ອເຄື່ອງອຸປະໂພກ ແລະ ບໍ່ໄດ້ຄາດຫວັງຜົນກຳໄລ
ຄ. ການລົງທຶນເພື່ອໃນເຄື່ອງໃຊ້, ສາມາດປ່ຽນເປັນເງິນສົດ ແລະ ມີຜົນຕອບແທນ
