Worksheetsit's okay quizz
Total questions: 15
Worksheet time: 5mins
ສຸຂະພາບຈິດແມ່ນຫຍັງຕາມ WHO?
ພາວະຄວາມເປັນຢູ່ທີ່ດີ ບຸກຄົນຮັບຮູ້ຄວາມສາມາດຂອງຕົນເອງ, ສາມາດຮັບມືກັບຄວາມເຄັ່ງຕຶງຕາມປົກກະຕິຂອງຊີວິດ, ສາມາດເຮັດວຽກໄດ້ຢ່າງມີປະສິດທິພາບ ແລະ ມີໝາກຜົນ, ແລະ ສາມາດປະກອບສ່ວນເຂົ້າໃນຊຸມຊົນຂອງຕົນ.
ສຸຂະພາບຈິດປະກອບມີ ຄວາມຜາສຸກທາງອາລົມ, ຈິດໃຈ, ແລະ ສະຫວັດດີການສັງຄົມຂອງພວກເຮົາ. ມັນມີຜົນກະທົບຕໍ່ວິທີທີ່ພວກເຮົາຄິດ, ຮູ້ສຶກ, ແລະປະຕິບັດ.
ສະພາບຂອງຈິດໃຈທີ່ມີລັກສະນະມີອິດສະລະຈາກຄວາມວິຕົກກັງວົນ ແລະ ຄວາມພິການ.
ຖືກໝົດທຸກຂໍ້
ບັນຫາສຸຂະພາບຈິດໃນປະເທດລາວແມ່ນຫຍັງ?(2021)
ພະຍາດຊຶມເສົ້າ
ໂຣກຈິດຕະເພດ
ພະຍາດລົມບ້າຫມູ
ຖືກໝົດທຸກຂໍ້
ມາຮອດປັດຈຸບັນນີ້ (2022) ທ່ານຄິດວ່າໃນລາວມີຈັກຄົນທີ່ເປັນພະຍາດທາງຈິດ?
ປະມານ 70 000 ຄົນ
ປະມານ 540 000 ຄົນ
ປະມານ 201 000 ຄົນ
ປະມານ 210 000 ຄົນ
ມາຮອດປັດຈຸບັນ (2022) ທ່ານຄິດວ່າມີບຸກຄະລາກອນທີ່ເຮັດວຽກບໍລິການດ້ານສຸຂະພາບຈິດໃນລາວຫຼາຍປານໃດ?
121 000 ຄົນ
42 ຄົນ
31 ຄົນ
13 000 ຄົນ
ຄຳວ່າ "ຈິດຕະແພດ" ໃນພາສາອັງກິດແມ່ນ:
psychiatrist
psychotherapist
psychiatry
ຜິດໝົດທຸກຂໍ້
ຄຳວ່າ "ນັກຈິດຕະບຳບັດ" ໃນພາສາອັງກິດແມ່ນ:
psychiatrist
psychotherapist
psychiatry
ຜິດໝົດທຸກຂໍ້
ປະເທດໃດໃນອາຊຽນທີ່ມີອັດຕາການຂ້າຕົວຕາຍສູງທີ່ສຸດໃນປີ 2021? (ສະເລ່ຍຕໍ່ປະຊາກອນ 100,000ຄົນ)
ໄທ
ສິງກະໂປ
ລາວ
ມຽນມາ
ຖ້າມີຄົນຢູ່ໃນຄອບຄົວຂອງທ່ານຖືກກວດພົບວ່າເປັນພະຍາດທາງຈິດ, ທ່ານຄວນ:
ປະຕິບັດໃຫ້ເຂົາເຈົ້າແຕກຕ່າງຈາກທີ່ເຈົ້າເຄີຍເຮັດ.
ເຮັດໂຕເຫີນຫ່າງຈາກເຂົາເຈົ້າ.
ຮູ້ສຶກເສຍໃຈສໍາລັບພວກເຂົາ.
ຮັບຟັງພວກເຂົາ ແລະ ສະແດງການສະຫນັບສະຫນູນ.
ເມື່ອສຸຂະພາບຈິດບໍ່ດີຈະເພີ່ມຄວາມສ່ຽງຕໍ່ສະພາບຮ່າງກາຍໃນໄລຍະຍາວເຊັ່ນ:
ພະຍາດຫົວໃຈ
ສະໝອງຊ້າ
ຕາບອດ
ຜິດທຸກຂໍ້
ຖ້າຄົນທີ່ທ່ານຮູ້ຈັກມີບັນຫາດ້ານສຸຂະພາບຈິດ, ທ່ານສາມາດຊ່ວຍໄດ້ໂດຍ:
ຍື່ນມືອອກໄປ ແລະ ສະແດງໃຫ້ເຂົາເຈົ້າຮັບຮູ້ວ່າເຮົາພ້ອມທີ່ຈະຊ່ວຍເຫລືອ
ຊ່ວຍໃຫ້ພວກເຂົາເຂົ້າເຖິງການບໍລິການດ້ານສຸຂະພາບຈິດ
ຮຽນຮູ້ ແລະ ແບ່ງປັນຂໍ້ເທັດຈິງກ່ຽວກັບສຸຂະພາບຈິດ ໂດຍສະເພາະຢ່າງຍິ່ງຖ້າເຈົ້າໄດ້ຍິນເລື່ອງທີ່ບໍ່ແມ່ນຄວາມຈິງ
ຖືກໝົດທຸກຂໍ້
ທາງເລືອກໃດບໍ່ແມ່ນຕົວຊີ້ບອກຂອງບັນຫາສຸຂະພາບຈິດ?
ການຖອນຕົວອອກຈາກສະຖານະການທາງສັງຄົມ
ກະດູກຫັກ
ຄວາມຫມັ້ນໃຈຕົນເອງຕໍ່າ
ການທໍາຮ້າຍຕົນເອງ
ທ່ານຄວນຫຼີກລ່ຽງການກະທຳໃດ ຖ້າທ່ານມີການສົນທະນາກ່ຽວກັບສຸຂະພາບຈິດຂອງໃຜບາງຄົນ?
ຕັ້ງຄໍາຖາມ ແລະ ເຊີນຄົນມາແບ່ງປັນປະສົບການຂອງເຂົາເຈົ້າ
ບອກເຂົາວ່າເຮົາຈະນຳເລື່ອງນີ້ໄປເລົ່າໃຫ້ຄົນອື່ນຟັງ
ເລືອກສະຖານທີ່ທີ່ເຫມາະສົມທີ່ເຮັດໃຫ້ພວກເຂົາຮູ້ສຶກສະບາຍໃຈ
ສ້າງຄວາມໝັ້ນໃຈໃຫ້ກັບເຂົາເຈົ້າ
ຂໍ້ໃດແມ່ນ ວັນສຸຂະພາບຈິດສາກົນ?
ວັນທີ 10 ຕຸລາ ຂອງທຸກປີ
ວັນທີ 9 ຕຸລາ ຂອງທຸກປີ
ວັນທີ 9 ກັນຍາ ຂອງທຸກປີ
ວັນທີ 10 ສິງຫາ ຂອງທຸກປີ
ການບໍາບັດ "therapy" ແມ່ນສໍາລັບຄົນທີ່ມີບັນຫາສຸຂະພາບຈິດທີ່ຮ້າຍແຮງເທົ່ານັ້ນ. ຖືກຫຼືຜິດ?
ຖືກຕ້ອງ: ການບຳບັດແມ່ນໃຫ້ສະເພາະແຕ່ຜູ້ທີ່ມີບັນຫາທາງຈິດຮ້າຍແຮງເທົ່ານັ້ນທີ່ຄວນໄດ້ຮັບການບຳບັດ
ບໍ່ຖືກຕ້ອງ: ເຖິງຈະບໍ່ຮ້າຍແຮງທຸກຄົນກໍ່ສາມາດບຳບັດໄດ້
ໜຶ່ງໃນເງື່ອນໄຂເຫຼົ່ານີ້ສາມາດນຳໄປສູ່ ຫຼື ສະແດງໃຫ້ເຫັນວ່າ ກຳລັງມີບັນຫາສຸຂະພາບຈິດຫຼາຍທີ່ສຸດ?
ປະຈຳເດືອນມາບໍ່ປົກກະຕິ
ມີຄວາມຜິດປົກກະຕິໃນການນອນຫຼັບ
ມັກເຈັບປ່ວຍງ່າຍ
ໝົດທຸກຂໍ້
