Wayground logo

Free Printable Worksheets

Font size

S
M
L
XL
Worksheets

ກວດກາ ວິຊາ ບໍລິຫານສຶກສາ 2025

Total questions: 40

Worksheet time: 29mins

Name
Class
Date
1.

·ການບໍລິຫານເປັນສາດ (ວິທະຍາສາດ)ແມ່ນປະກອບມີຫຍັງແດ່?

a)

- ສະຖາບັນສັງຄົມ

- ການບໍລິຫານ

b)

-ມີລະບົບ

-ມີຄວາມຮູ້ສະເພາະ

-ມີຫຼັກການ ແລະ ອື່ນໆ

c)

- ຄວາມສາມາດ

- ປະສົບການ

- ຄຸນສົມບັດສ່ວນຕົວ

2.

·ການບໍລິຫານເປັນສິລະປະຕ້ອງໃຊ້

a)

-ມີລະບົບ

-ມີຄວາມຮູ້ສະເພາະ

-ມີຫຼັກການ ແລະ ອື່ນໆ

b)

- ສະຖາບັນສັງຄົມ

- ການບໍລິຫານ

c)

- ຄວາມສາມາດ

- ປະສົບການ

- ຄຸນສົມບັດສ່ວນຕົວ

- ດັດແປງແກ້ໄຂໃຫ້ເໝາະສົມ

3.

·ການບໍລິຫານເປັນວິຊາຊີບຊັ້ນສູງ (Professional) ຢ່າງໜຶ່ງຜູ້ເຂົ້າສູ່ຕໍ່າແໜ່ງລະດັບບໍລິຫານຈະຕ້ອງໄດ້ຮັບການສຶກສາການອົບຮົມທາງດ້ານການບໍລິຫານຫຼາຍສົມຄວນເຊິ່ງມີ 3 ລັກສະນະຄື:

a)

1.ການກຽມຜູ້ບໍລິຫານ (Pre -Service Education).

2.ການເຝິກອົບຮົມກ່ອນເຂົ້າສູ່ຕໍາແໜ່ງ (Pre - Promotional).

b)

1.ການກຽມຜູ້ບໍລິຫານ (Pre -Service Education).

2.ການເຝິກອົບຮົມກ່ອນເຂົ້າສູ່ຕໍາແໜ່ງ (Pre - Promotional).

ການເຝິກອົບຮົມລະຫວ່າງປະຈຳການ (In - Service Training)

c)

1.ການເຝິກອົບຮົມກ່ອນເຂົ້າສູ່ຕໍາແໜ່ງ (Pre - Promotional).

2.ການເຝິກອົບຮົມລະຫວ່າງປະຈຳການ (In - Service Training)

4.

ເປົ້າໝາຍສູງສຸດຂອງການບໍລິຫານແມ່ນ

a)

- ຄວາມສາມາດ

- ປະສົບການ

b)

- ຄຸນສົມບັດສ່ວນຕົວ

- ດັດແປງແກ້ໄຂໃຫ້ເໝາະສົມ

c)

ເຮັດແນວໃດຈະໄດ້ຜົນງານ ແລະ ຄົນເຮັດວຽກມີຄວາມສຸກ.

5.

ຄວາມໝາຍຂອງ ການບໍລິຫານການສຶກສາແມ່ນຫຍັງ?

a)

ການດຳເນີນງານຂອງກຸ່ມບຸກຄົນເພື່ອພັດທະນາຄົນໃຫ້ມີຄຸນນະພາບ ທັງຄວາມຮູ້ ຄວາມຄິດ ຄວາມສາມາດ ແລະ ເປັນຄົນດີ.

b)

ການດຳເນີນງານຂອງກຸ່ມບຸກຄົນ ເຊີ່ງເປັນການດຳເນີນງານຂອງຜູ້ອຳນວຍການຮ່ວມກັບຄູອາຈານໃນໂຮງຮຽນ ຫຼື ອະທິການບໍດີຮ່ວມກັບອາຈານໃນມະຫາວິທະຍາໄລ

c)

ດຳເນີນງານຂອງກຸ່ມບຸກຄະລາກອນເພື່ອໃຫ້ບັນລຸຈຸປະສົງທີ່ວາງໄວ້

6.

ການບໍລິຫານ ໝາຍເຖິງ

a)

ໝາຍເຖິງ ກິດຈະກຳຕ່າງໆທີ່ບຸກຄົນຕັ້ງແຕ່ 2 ຄົນຂື້ນໄປຮ່ວມກັນດຳເນີນການໃຫ້ບັນລຸຈຸດປະສົງຢ່າງໃດຢ່າງໜຶ່ງ ຫຼື ຫຼາຍຢ່າງ ໂດຍຂະບວນການທີ່ມີລະບົບ, ໃຊ້ຊັບພະຍາກອນທີ່ເໝາະສົມ ແລະ ກໍ່ໃຫ້ເກີດປະໂຫຍດສູງສຸດ.

b)

ໝາຍຂອງການບໍລິຫານການສຶກສາໄດ້ວ່າ ການດຳເນີນງານຂອງກຸ່ມບຸກຄົນເພື່ອພັດທະນາຄົນໃຫ້ມີຄຸນນະພາບ ທັງຄວາມຮູ້ ຄວາມຄິດ ຄວາມສາມາດ ແລະ ເປັນຄົນດີ.

c)

ການບໍລິຫານດຳເນີນງານຂອງກຸ່ມບຸກຄະລາກອນເພື່ອໃຫ້ບັນລຸຈຸປະສົງທີ່ວາງໄວ້,

7.

ຄວາມໝາຍຂອງການຄຸ້ມຄອງໂຮງຮຽນ

a)

ໝາຍເຖິງ ສິລະປະໃນການເຮັດສິ່ງຕ່າງໆຈົນປະສົບຜົນສຳເລັດໝາຍຄວາມວ່າຜູ້ບໍລິຫານບໍ່ເປັນຜູ້ປະຕິບັດ ແຕ່ໃຊ້ສິລະປະເຮັດໃຫ້ຜູ້ອື່ນປະຕິບັດວຽກງານຈົນປະສົບຜົນສຳເລັດດ້ວຍຄວາມເພີ່ງພໍໃຈ.

b)

ໝາຍເຖິງ ການໃຊ້ວິທະຍາສາດ ແລະ ສິລະປະກັບຊັບພະຍາກອນການບໍລິຫານມາປະກອບເຂົ້າກິດຈະກຳຕາມຂະບວນການບໍລິຫານໃຫ້ບັນລຸວັດຖຸປະສົງທີ່ກຳນົດໄວ້ຢ່າງມີປະສິດທິພາບ.

c)

ແມ່ນການຈັດການ ແລະ ການບໍລິຫານວຽກງານຕ່າງໆໂດຍນໍາໃຊ້ປັດໃຈຄື: ຄົນ, ເງິນ, ວັດຖຸ ເພື່ອໃຫ້ບັນລຸຈຸດປະສົງຂອງການຈັດຕັ້ງ ຫຼື ອົງກອນໃດຫນຶ່ງ.

8.

ຄວາມໝາຍຂອງການບໍລິຫານໂຮງຮຽນ

a)

ກິດຈະກຳຕ່າງໆທີ່ບຸກຄົນຫຼາຍຄົນຮ່ວມມືກັນດຳເນີນການເພື່ອໃຫ້ການບໍລິບໍລິຫານການສຶກສາແກ່ເດັກເກນອາຍຸ ແລະ ຜູ້ສົນໃຈເພື່ອໃຫ້ການພັດທະນາທາງດ້ານຄວາມຮູ້, ຄວາມສາມາດ, ທັດສະ ນະຄະຕິ, ຄ່ານິຍົມ, ພຶດຕິກຳ ແລະ ຄຸນນະທຳຕ່າງໆ ໂດຍການຈັດຕັ້ງປະຕິບັດ, ຊີ້ນຳນຳພາໃນການດຳເນີນກິດຈະກໍາຕ່າງໆໃນໂຮງຮຽນໃຫ້ບັນລຸຕາມຈຸດປະສົງທີ່ກຳນົດໄວ້ໃນ7ໜ້າວຽກ

b)

ໝາຍເຖິງ ສິລະປະໃນການເຮັດສິ່ງຕ່າງໆຈົນປະສົບຜົນສຳເລັດໝາຍຄວາມວ່າຜູ້ບໍລິຫານບໍ່ເປັນຜູ້ປະຕິບັດ ແຕ່ໃຊ້ສິລະປະເຮັດໃຫ້ຜູ້ອື່ນປະຕິບັດວຽກງານຈົນປະສົບຜົນສຳເລັດດ້ວຍຄວາມເພີ່ງພໍໃຈ.

c)

ໝາຍເຖິງ ການໃຊ້ວິທະຍາສາດ ແລະ ສິລະປະກັບຊັບພະຍາກອນການບໍລິຫານມາປະກອບເຂົ້າກິດຈະກຳຕາມຂະບວນການບໍລິຫານໃຫ້ບັນລຸວັດຖຸປະສົງທີ່ກຳນົດໄວ້ຢ່າງມີປະສິດທິພາບ.

9.

ຄວາມສໍາຄັນຂອງການບໍລິຫານ

a)

ສັງຄົມມະນຸດ ຈະຕ້ອງຢູ່ຮ່ວມກັນເປັນກຸ່ມ ຫຼື ເປັນຊຸມຊົນຂະຫນາດຕ່າງໆ ນັບຕັ້ງແຕ່ ຄອບຄົວ ກຸ່ມບ້ານ,ເມືອງ ແລະ ເປັນປະເທດ ເພື່ອຄວາມຫມັ້ນຄົງ ແລະ ຈະເລີນກ້າວຫນ້າຂອງສັງຄົມ ເພາະການປະຕິບັດວຽກງານມີຄວາມຈໍາເປັນທີ່ສຸດຈະຕ້ອງມີການຈັດລະບົບ ແລະ ລະບຽບຂອງສັງຄົມ, ເຊິ່ງກໍ່ໃຫ້ເກີດມີສະຖາບັນສັງຄົມ ແລະ ການບໍລິຫານ.

b)

ໂຮງຮຽນ ໝາຍເຖິງ ກິດຈະກຳຕ່າງໆທີ່ບຸກຄົນຫຼາຍຄົນຮ່ວມມືກັນດຳເນີນການເພື່ອໃຫ້ການບໍລິບໍລິຫານການສຶກສາແກ່ເດັກເກນອາຍຸ ແລະ ຜູ້ສົນໃຈເພື່ອໃຫ້ການພັດທະນາທາງດ້ານຄວາມຮູ້, ຄວາມສາມາດ, ທັດສະ ນະຄະຕິ, ຄ່ານິຍົມ, ພຶດຕິກຳ ແລະ ຄຸນນະທຳຕ່າງໆ

c)

ເປັນສິ່ງສໍາຄັນໃນການພັດທະນາຫຼາຍປະການ.ຈະລິຍະທໍາຂອງການບໍລິຫານ ໝາຍເຖິງມາດຕະຖານຂອງການປະຕິບັດງານ ຫຼື ການປະເມີນດ້ານຄຸນນະທໍາທີ່ຜູ້ບໍລິຫານໃຊ້ໃນການບໍລິຫານອົງການ, ມາດຖານນີ້ມັກມີພື້ນຖານຄ່ານິຍົມທາງສັງຄົມ, ພື້ນຖານຂອງຄອບຄົວ, ສາສະໜາ, ສະຖາບັນການສຶກສາ ຫຼື ສະຖາບັນອື່ນໆ ໃນການພົວພັນກັບບຸກຄົນໃນສັງຄົມ

10.

ປັດໃຈສະໜັບສະໜູນການບໍລິຫານການສຶກສາ

a)

4 ປັດໃຈ ( ຫຼື 4M ) ຄື: ຄົນ, ເງິນ,ວັດຖຸສິ່ງຂອງ ແລະ ການຈັດການ.

b)

4 ປັດໃຈ ( ຫຼື 4M ) ຄື: ຄົນ, ເງິນ,ວັດຖຸສິ່ງຂອງ ແລະ ການປະຕິບັດ.

c)

4 ປັດໃຈ ( ຫຼື 4M ) ຄື: ຄົນ, ເງິນ,ວັດຖຸສິ່ງຂອງ ແລະ ການຊຸກຍູ້ຕິດຕາມ

11.

ຫນ້າທີ່ຂອງຜູ້ນໍາພາທີ່ດີແມ່ນ

a)

1. ກໍານົດຫົວຂໍ້ຂອງກິດຈະກໍາທີ່ຈະປະຕິບັດ

2. ກໍານົດຈຸດປະສົງ

3. ຄາດຄະເນຜົນທີ່ຈະໄດ້ຮັບ

b)

ພັດທະນາຫຼັກສຸດ, ການສອນ ແລະ ກິດຈະກໍານັກຮຽນ

• ສ້າງຄວາມສໍາພັນກັບຊຸມຊົນ

• ພັດທະນາບຸກຄະລາກອນປົກປົກຮັກສາອາຄານສະຖານທີ່ ແລະ ວັດສະດຸອຸປະກອນ

• ຈັດລະບົບວຽກງານການຮຽນ-ການສອນ

c)

• ມີຄວາມຮັບຜິດຊອບສູງຕໍ່ຫນ້າທີ່

• ມີລະບຽບວິໄນ ແລະ ມີສະຕິຕໍ່ການຈັດຕັ້ງ

• ມີຄວາມສາມັກຄີ

12.

8 ປັດໃຈ (  M8s ) ຄື:

a)
  1. 1 ການເຮັດວຽກເປັນທິມ

  2. 2. ເງີນ

  3. 3.ເຄື່ອງມືເຄື່ອງກົນຈັກ

  4. 4. ຂັ້ນຕອນການດໍາເນີນງານ

  5. 5. ການຕະຫຼາດ

  6. 6. ວັດສະດຸອຸປະກອນການດໍາເນີນງານ

  7. 7.ການບໍລິຫານ

  8. 8. ຄວາມເພີ່ງພໍໃຈ

b)
  1. 1 ການເຮັດວຽກເປັນທິມ

  2. 2. ເງີນ

  3. 3.ເຄື່ອງມືເຄື່ອງກົນຈັກ

  4. 4. ຂັ້ນຕອນການດໍາເນີນງານ

  5. 5. ການແບ່ງໜ້າວຽກ

  6. 6. ການຈັດການ

  7. 7. ການບໍລິຫານ

  8. 8. ຄວາມເພີ່ງພໍໃຈ

13.

ອັນໃດແມ່ນປັດ​​ໄຈ​ຂອງ​ຜູ້ນຳ​ທີ່​ເຮັດ​ວຽກ​ມີ​ຜົນສຳ​ເລັດ​ສູງ

a)

ກ້າຕັດສິນໃຈ, ກ້າເຮັດ, ກ້າຮັບຜິດຊອບ ແລະ ກ້າປ່ຽນແປງ

b)

ເນັ້ນ​ອັນ​ໃດ​ຄວນ​ເຮັດອັນ​ໃດ​ບໍ່​ຄວນ​ເຮັດກ່ຽວ​ກັ​ບ​ການວາງ​ແຜນ ​ແລະ ການ​ຈັດການ​ອົງ​ກອນ

c)

ປັບ​ປ່ຽນ​ຂັ້ນ​ຕອນ ​ແລະ ລະບົບ​ແບບ​ບູຮານ​ນະ​ການ ​ໃຫ້​ເຊື່ອມ​ໂຍງ​ກັບ​ທຸກ​ພາກສ່ວນ ​ເພື່ອ​ພັກ​ດັນ​ຍຸດ​ທະ​ສາດ​ຂອງ​ອົງ​ກອນ​ຕົນ​ໄປ​ສູ່​ການ​ປະຕິບັດ​ໃຫ້​ບັນລຸ​ຜົນ​ຕາມ​ເປົ້າ​ໝາຍ.

14.

ອັນໃດແມ່ນຄຸນສົມບັດ​ຂອງ​ຜູ້ນຳ​ທີ່​ມີ​ປະສິດທິພາບ

a)

- ການ​ຮ່ວມມື

- ການ​ລາຍ​ງານ

b)

1. ມີ​ທັກ​ສະ​ໃນ​ການ​ບໍລິຫານ​ຈັດການ

2. ມີ​ຄວາມ​ຮູ້ ​ແລະ ຄວາມ​ເປັນ​ຊ່ຽວຊານ

c)

- ເປັນ​ຜູ້​ວາງ​ແຜນ

- ເປັນ​ຜູ້​ຊ່ຽວຊານ

15.

ສິລະ​ປະ​ຂອງ​ຄວາມ​ເປັນ​ຜູ້ນຳ​ໃນ​ສະ​ໄໝ​ໃໝ່ແມ່ນ

a)

- ຜູ້ນຳ​ຍຸກ​ໃໝ່​ຄື​ຄົ້ນ​ຫາ​ຄວາມ​​ເປັນ​ໄປ​ໄດ້ ​ແລະ ຊ່ວຍ​ໃຫ້​ທີ​ມງານ​ຂອງ​ຕົນ​ສາມາດ​ບັນລຸ​ເຖີງສັກຍະ​ພາບ​ທີ່​ແນ່ນອນ

b)
  • -ເຂົ້າ​ໃຈ​ວັດທະ​ຈັກ​ຄວາມ​ເປັນ​ມາ​ຂອງ​ທຸລະ​ກິດ ​ແລະ ​ເພື່ອ​ໃຫ້​ປະ​ເຊີນ​ກັບ​ສະຖານະ​ການ​ນັ້ນ ພ້ອມ​ທັງ​ຫາ​ໂອກາດ​ໃໝ່ໆ​ໃຫ້​ກັບ​ຕົນ​ເອງ.

c)

-ການ​ມອບ​ອຳນາດ ​ແມ່ນ​ການ​ມອບ​ອຳນາດ​ຄວາມ​ຮັບຜິດຊອບ​ໃຫ້​ແກ່​ບຸກຄົນ​ທີ່​ເໝາະ​ສົມ​ເພື່ອ​ໃຫ້ການ​ເຮັດ​ວຽກ​ເປັນ​ໄປ​ຢ່າງ​ມີ​ປະສິດທິພາບ

16.

ການຕິດຕໍ່ສື່ສານແມ່ນ

a)

ການ​ສົ່ງ​ຂ່າວສານ​ຈາກ​ຜູ້​ໜື່ງ​ໄປ​ຍັງ​ອິກຜູ້​ໜື່ງ ຫຼື​ຈາກ​ຜູ້​ສົ່ງ​ໄປ​ຍັງ​ຜູ້​ຮັບ ​ໂດຍ​ຜ່ານ​ຂະ​ບວນການ​ສົ່ງ ຫຼື ວິທີ​ການຖ່າຍ​ທອດໝາຍ​ເຖີງ ຂະ​ບວນການຖ່າຍ​ທອດ​ຂ່າວສານ, ຂໍ້​ມູນ ແລະ ຄວາມ​ເຂົ້າ​ໃຈ​ຈາກ​ຄົນ​ໜື່ງຫຼືຫຼາຍ​ຄົນ​ໄປ​ເຖີງຄົນ​ໜື່ງ.

b)

ແມ່ນ​ເປັນ​ການ​ດຳ​ເນີນ​ການ​ປະສານ​ລະຫວ່າງ​ບຸກຄົນ ຫຼື ຊັບພະຍາກອນ​ອື່ນໆ​ເພື່ອ​ໃຫ້​ວຽກ​ງານ​ບັນລຸ​ຕາມ​ພາລະກິດ ຫຼື ຕາມ​ຈຸດປະສົງ.

17.

ການ​ຕັດສິນ​ໃຈ​ສັ່ງ​ການແມ່ນ

a)

ວິທີການ​ຕັດ​ສີນ​ໃຈແມ່ນ​ມີ​ຫຼາຍ​ຮູບ​ແບບ ​ແຕ່​ໂດຍ​ທົ່ວ​ໄປ​ແລ້ວ ຄົນ​ເຮົາ​ຈະ​ຕັດ​ສີນ​ໃຈ​ຕາມ​ລັກສະນະ​ໃດ​ລັກສະນະ​ໜື່ງ ຫຼື ການ​ປະສົມ​ກັນ​

b)

ແມ່ນ​ຂະບວນການຄົ້ນຄິດທີ່ນຳໄປສູ່ທາງເລືອກໃດໜື່ງຈາກຫຼາຍໆທາງເລືອກທີ່ມີ. ການ​ເລືອກ​ທາງ​ປະຕິບັດ​ຊື່​ງມີ 2 ທາງ​ເລືອກ ຫຼື ຫຼາຍ​ກ່ວາ.

18.

ອັນໃດແມ່ນສິ່​ງທີ່​ຄວນ​ພິຈາລະນາໃນການສື່ສານ

a)

-    ທຳ​ມະ​ຊາດ​ຂອງ​ຄວາມ​ສຳພັນ​ລະຫວ່າງ​ກຸ່ມ ອາດ​ເກິ​ດຈາກ​ຄວາມ​ເຊື່ອ​ຖື, ຄວາມ​ເຄົາລົບ ​ແລະ ຄວາມ​ພໍ​ໃຈ

-    ລະດັບ​ຄວາມ​ສາມາດ​ຂອງ​ຜູ້​ຮັບ ​ແລະ ການ​ເຂົ້າ​ໃຈຄວາມ​ໝາຍ​ທີ່​ຖຶກຕ້ອງ

b)
  • - ໃຊ້​ສື່ ຫຼື ອຸປະກອນ​ໃນ​ການ​ປະສານ​ງານ​ໃຫ້​ເໝາະ​ສົມ

- ໃຊ້ວິທີສື່ສານທີ່ເໝາະສົມເຊັ່ນ: ການຂຽນ, ມີ​ການ​ປະຊຸມ​ປຶກສາ​ຫາລື ​ເພື່ອ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ເປັນ​ປະຈຳ

19.

ອັນໃດແມ່ນສ່ວນປະກອບຂອງການຕັດສິນໃຈ

a)

ກ  ບົດບາດ

        ຂ. ອໍານາດໜ້າທີ່

        ຄ. ເວລາ

        ງ. ສະຖານະການ

        ຈ. ຜົນກະທົບ

b)

ກ. ວັດຖຸ​ປະສົງ

ຂ. ບັນຫາ

ຄ. ສະຖານະ​ການ

​         ງ. ເວລາ ຫຼື ຄວາມ​ຈຳ​ເປັນ

ຈ. ນະ​ໂຍບາຍ

20.

ກົດຫມາຍ ວ່າດ້ວຍ ການສຶກສາ (ສະບັບປັບປຸງ)ປະກອບມີຈັກມາດຕະຖານ

a)

56

b)

57

c)

58

21.

ຍຸດທະສາດການພັດທະນາການສຶກສາ ແລະ ກິລາ ຮອດປີ 2025 ແມ່ນເນັ້ນໜັກ ແລະ ເລັ່ງໃສ່ 5 ໂຂງເຂດວຽກງານ ລຸ່ມນີ້ຂໍ້ໃດແມ່ນນອນຢູ່ໃນ5ຂົງເຂດ

a)

ປັບປຸງຄຸນນະພາບຂອງສາມັນສຶກສາທັງໃນ ແລະ ນອກໂຮງຮຽນ ເພື່ອໃຫ້ຜູ່ຮຽນທຸກຄົນມີຄຸນສົມບັດ, ມີ ຄວາມຮູ້ ແລະ ຄວາມສາມາດ ເພື່ອສືບຕໍ່ຮຽນໃນສາຍວິຊາຊິບ ແລະ ສາຍການສຶກສາຊັ້ນສູງ.

b)

ເພື່ອປັບປຸງຄຸນນະພາບການຮຽນ-ການສອນໃນສະຖາບັນສ້າງຄູ.

c)

ເນັ້ນໃສ່ການສິດສອນວິຊາວິທະຍາສາດ, ເຕັກໂນໂລຊີ, ຄະນິດສາດ, ພາສາອັງກິດ ແລະ ໄອຊີທີ

22.

ຂໍ້ໃດແມ່ນສິດຂອງຄູປະຈໍາຫ້ອງ

a)

ເອົາໃຈໃສ່ຕິດຕາມ, ຊຸກຍູ້, ນັກຮຽນທີ່ມີຈຸດພິເສດໃນຫ້ອງທີ່ຕົນຮັບຜິດຊອບ.

b)

ຕີລາຄາການພັດທະນາການຂອງນັກຮຽນ, ໃຫ້ຄະແນນຄຸນສົມບັດຂອງນັກຮຽນສົມທົບກັບ ຄູສອນແຕ່ລະວິຊາ

ເພື່ອຕີລາຄາຜົນຂອງການຮຽນ ຂອງນັກຮຽນໃນພາກຮຽນ ແລະ ທ້າຍ ສົກຮຽນຢ່າງຮອບດ້ານ.

23.

ອັນໃດແມ່ນຫນ້າທີ່ຂອງຄູປະຈໍາຫ້ອງ

a)

ສົມທົບກັບຄູສອນແຕ່ລະວິຊາ, ກັບຄະນະຮັບຜິດຊອບອົງການຈັດຕັ້ງຕ່າງໆ ໃນໂຮງຮຽນຄົ້ນຄວ້າສັງເກດຕີລາຄາ

ແລະ ຈັດປະເພດນັກຮຽນ, ລະດັບການຮຽນ, ການອອກແຮງງານ ແລະ ການເຄື່ອນໄຫວຂອງນັກຮຽນ ໃນແຕ່ລະເດືອນ.

b)

ສະເຫນີການປະຕິບັດນະໂຍບາຍຕໍ່ນັກຮຽນບົນພື້ນຖານປະຕິບັດລະບຽບຫຼັກການຂອງໂຮງຮຽນ ແລະ ກະຊວງສຶກສາທິການວາງອອກ.

24.

ເປັນຫຍັງນັກຮຽນຕ້ອງມີກົດລະບຽບ?

a)

ກົດລະບຽບໃນຫ້ອງໄດ້ກຳນົດຂອບເຂດພຶດຕິກຳອັນໃດທີ່ນັກຮຽນຄວນປະຕິບັດ ແລະ ບໍ່ຄວນ ປະຕິບັດໃນຫ້ອງ.

b)

ເມື່ອນັກຮຽນມີຄວາມລື້ງເຄີຍກັບກິດຈະກໍາປະຈໍາວັນແລ້ວ, ການຄວບຄຸມຫ້ອງກໍຈະງ່າຍຂຶ້ນ.

25.

ຕັ້ງລະບົບການໃຫ້ລາງວັນຕັ້ງແຕ່ຕອນເລີ່ມຕົ້ນຂອງສົກຮຽນ

a)

ຖືກ

b)

ຜິດ

26.

ເຮັດວຽກຜູ້ດຽວເພື່ອອກແບບໂປສເຕີ້ໃຫ້ລາງວັນ.

a)

ຖືກ

b)

ຜິດ

27.

ບອກນັກຮຽນວ່າຖ້ານັກຮຽນປະພຶດດີ, ປະຕິບັດຕາມກົດລະບຽບຂອງຫ້ອງຮຽນ ພວກເຂົາກໍ່ຈະໄດ້ສະຕິກເກີ້ຕິດໃສ່ຊື່ຂອງພວກເຂົາ

a)

ຖືກ

b)

ຜິດ

28.

ຫາກນັກຮຽນປະພຶດບໍ່ດີ ແລະ ຝ່າຝືນກົດລະບຽບ, ກໍ່ຕິດສະຕິກເກີ້ໃຫ້ເຂົາ

a)

ຖືກ

b)

ຜິດ

29.

ໃຫ້ລາງວັນນັກຮຽນທີ່ໄດ້ຮັບສະຕິກເກີ້ຫຼາຍທີ່ສຸດໃນທ້າຍອາທິດ/ທ້າຍເດືອນ/ພາກຮຽນ

a)

ຖືກ

b)

ຜິດ

30.

ຫຼັງຈາກນັກຮຽນເຂົ້າໃຈລະບົບແລ້ວ, ເອົາໂພສເຕີ້ອອກ ແລະ ເອົາອອກມາສະເພາະຕອນທີ່ທ່ານຕ້ອງການໃຊ້ມັນເທົ່ານັ້ນ

a)

ຖືກ

b)

ຜິດ

31.

ເນັ້ນໃສ່ການຍ້ອງຍໍພຶດຕິກໍາໃນທາງບວກເທົ່ານັ້ນແທນທີ່ການບອກວ່ານັກຮຽນຜູ້ໃດປະພຶດບໍ່ເໝາະສົມ.

a)

ຖືກ

b)

ຜິດ

32.

ເມື່ອນັກຮຽນປະພຶດຜິດ, ເອົາສະຕິກເກີ້ອອກຈາກໂພສເຕີ້

a)

ຖືກ

b)

ຜິດ

33.

 ການພົວພັນລະຫວ່າງໂຮງຮຽນກັບຊຸມຊົນແມ່ນ

a)

ສະໜອງສະຖານທີ່ຕັ້ງໂຮງຮຽນ, ປະກອບສ່ວນຕາມສັນຍາທີ່ໄດ້ຕົກລົງກັນລະຫວ່າງຜູ້ໃຫ້ທຶນກັບຊຸມຊົນ ປະ

ກອບສ່ວນວັດສະດຸການສ້ອມແປງ, ແຮງງານ ຫຼື ເງິນເພື່ອຊື້ອຸປະກອນ ແລະ ຄ່າແຮງງານ, ແບ່ງຄວາມຮັບຜິດ ຊອບ

b)

ການປຸກລະດົມຊຸມຊົນໃຫ້ມີສ່ວນຮ່ວມໃນການພັດທະນາການ

ສຶກສາ, ເປັນການໂຄສະນາສຶກສາອົບຮົມ, ໃຫ້ຊຸມຊົນມີຄວາມຕື່ນຕົວ ແລະ ສະໝັກໃຈປະກອບສ່ວນພັດທະນາການສຶກສາ, ການສຶກສາແມ່ນໜ້າທີ່ຂອງໝົດທຸກຄົນ, ຊຸມຊົນຈຶ່ງມີໜ້າທີ່ປະກອບສ່ວນທາງດ້ານສະຕິປັນຍາ, ວັດຖຸປັດໃຈ, ເຫື່ອແຮງເຂົ້າໃນການສຶກສາໃຫ້ມີການຂະຫຍາຍຕົວ, ມີຄຸນນະພາບ ແລະ ສໍາເລັດຜົນຕາມເປົ້າໝາຍທີ່ວາງໄວ້.

34.

ຂໍ້ໃດແມ່ນຈຸດປະສົງການຄຸ້ມຄອງວຽກງານພົວພັນລະຫວ່າງໂຮງຮຽນກັບຊຸມຊົນ

a)

-       ເພື່ອໃຫ້ຊຸມຊົນອື່ນເຂົ້າໃຈອັນດີຕໍ່ກັບໂຮງຮຽນ,ເຊິ່ງນໍາໄປສູ່ການຮ່ວມມື ແລະ ອໍານວຍຄວາມສະດວກໃນການດໍາເນີນງານ

  • - ເພື່ອໃຫ້ໂຮງຮຽນໄດ້ຮັບການສະຫນັບສະຫນູນແລະຮັບການຊ່ວຍເຫຼືອຈາກຊຸມຊົນທາງດ້ານການເງິນແລະວັດສະດຸອຸປະກອນ.

b)

-       ຊ່ວຍໃຫ້ເຂົ້າໃຈສະພາບບັນຫາ ແລະ ຄວາມຕ້ອງການຂອງຊຸມຊົນ

-       ມີສ່ວນຮ່ວມກັບຊູມຊົນໃນການພັດທະນາສັງຄົມ.

35.

ອັນໃດແມ່ນປັດໃຈສຳຄັນໃນການປຸກລະດົມຊຸມຊົນເຂົ້າຮ່ວມໃນການພັດທະນາໂຮງຮຽນ

a)

ການສ້າງຄວາມເຂັ້ມແຂງທາງດ້ານວິຊາການ

ການເປັນແບບຢ່າງດ້ານການນຳພາຂອງຜູ້ອຳນວຍການໂຮງຮຽນ

b)

ເຂົ້າຮ່ວມກິດຈະກໍາ ແລະ ວັນບຸນຕ່າງໆຂອງທ້ອງຖີ່ນຈັດຂຶ້ນ

ຈັດຕັ້ງກອງປະຊຸມເຜີຍແຜ່ກົດໝາຍການສຶກສາ, ມະຕິຄໍາສັ່ງ, ແຈ້ງການ

36.

ຄວາມຮູ້ທ້ອງຖິ່ນໝາຍເຖິງ

a)

ຄວາມຮູ້ທ້ອງຖິ່ນຊ່ວຍໃຫ້ຄົນໃນຊຸມຊົນມີຄວາມຮູ້, ມີທັກສະ, ມີປະສົບການ ໃນການດຳລົງຊີວິດແບບເພິ່ງພາອາໄສເຊິ່ງກັນ ແລະ ກັນລະຫວ່າງຄົນກັບຄົນ, ລະຫວ່າງຄົນກັບທຳມະຊາດ ແລະ ລະຫວ່າງຄົນກັບຄວາມເຊື່ອ ເຊິ່ງເຮັດໃຫ້ເກີດການຢູ່ຮ່ວມກັນແບບຍາດຕິພີ່ນ້ອງ, ຮູ້ຈັກແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ

b)

ພູມປັນຍາ, ຄວາມສາມາດ, ທັກສະ, ປະສົບການ ແລະ ຄວາມເຊື່ອທີ່ໄດ້ປະຕິບັດມາຫຼາຍເຊັ່ນຄົນໃນທ້ອງຖິ່ນ ໂດຍຜ່ານວິວັດທະນາການ ຕັ້ງແຕ່ອະດີດເຖິງປະຈຸບັນ ເຊິ່ງກ່ຽວຂ້ອງກັບການດໍາລົງຊີວິດ, ການປັບຕົວ, ການແກ້ໄຂບັນຫາຂອງຄົນໃນຊຸມຊົນ.

37.

ຂໍ້ໃດແມ່ນຕົ້ນກໍາເນີດຂອງຄວາມຮູ້ທ້ອງຖິ່ນ

a)

ຄວາມຮູ້ທ້ອງຖິ່ນກໍາເນີດມາຈາກວິວັດທະນາການ, ສັນຊາດຕະຍານ, ການປັບຕົວ, ການຮຽນຮູ້ຈາກທຳມະຊາດຂອງມະນຸດ ເພື່ອປັບປຸງໃຫ້ສອດຄ່ອງກັບການດຳລົງຊີວິດໃນສັງຄົມ, ວັດທະນະທຳ  ແລະ ສິ່ງແວດລ້ອມໃນແຕ່ລະຍຸກແຕ່ລະສະ   ໄໝເຊິ່ງຄວາມຮູ້ດັ່ງກ່າວໄດ້ກໍາເນີດ ແລະ ສືບທອດກັນມາໂດຍຜ່ານຂະບວນການ

b)

ຄວາມຮູ້ທ້ອງຖິ່ນ ເປັນພູມປັນຍາທີ່ມີຄຸນຄ່າ ຂອງບຸກຄົນ, ກຸ່ມຄົນ, ຊຸມຊົນ ແລະ ທ້ອງຖິ່ນ ເຊິ່ງໄດ້ມີການສືບທອດ ແລະ ນຳໃຊ້ເຂົ້າໃນວິຖີຊີວິດທີ່ບົ່ງບອກເຖິງເອກະລັກດັ້ງເດີມ ຕັ້ງແຕ່ອະດີດຈົນເຖິງປະຈຸບັນ ທາງດ້ານປະຫວັດສາດ, ສິລະປະກໍາ, ປະຕິມາກໍາ ແລະ ຮີດຄອງປະເພນີ ຂອງຊຸມຊົນ.

38.

ຂໍ້ໃດແມ່ນສິ່ງທີ່ຄວນເອົາໃຈໃສ່ຂອງຕົ້ນກໍາເນີດຂອງຄວາມຮູ້ທ້ອງຖິ່ນ

a)

ຫຼາຍທ້ອງຖິ່ນມີພິທີກໍາ-ຄວາມເຊື່ອທີ່ແຕກຕ່າງກັນ. ສະນັ້ນ, ເວລາສອນນັກຮຽນຄູຕ້ອງລະດົມເອົາຄວາມຮູ້ ຫຼື ພິທີກຳທ້ອງຖິ່ນຂອງນັກຮຽນໃຫ້ໄດ້ຫຼາຍ ພ້ອມທັງຊ່ວຍກະຕຸ້ນນັກຮຽນໃຫ້ຄົ້ນຄິດເຖິງຄວາມໝາຍທີ່ແທ້ຈິງຂອງຄວາມເຊື່ອ ແລະ ການປະຕິບັດພິທີກຳທ້ອງຖິ່ນຂອງນັກຮຽນຕື່ມ.

b)

ຄວາມຮູ້ທ້ອງຖິ່ນຈຶ່ງມີຄວາມຈໍາເປັນທີ່ສຸດທີ່ຕ້ອງອະນຸລັກຮັກສາ, ຟື້ນຟູ, ສົ່ງເສີມໂດຍການໃຫ້ລູກຫຼານໄດ້ຮຽນຮູ້ທັງໃນ ແລະ ນອກໂຮງຮຽນ ເພື່ອໃຫ້ເຂົາເຈົ້າເຂົ້າໃຈ, ຮັກ, ມັກ ແລະ ເຫັນຄຸນຄ່າຂອງຮາກເຫງົ້າທີ່ເປັນເອກະລັກຂອງຕົນເອງ ເຊິ່ງຄົນຮຸ່ນກ່ອນໄດ້ສ້າງໄວ້ ແລະ ມີຄວາມພູມໃຈທີ່ຈະອະນຸລັກ

39.

ປະເພດຄວາມຮູ້ທ້ອງຖິ່ນປະກອບມີອັນໃດແດ່?

a)

ຄວາມຮູ້ທ້ອງຖິ່ນມີ 4 ປະເພດຄື: ດ້ານວັດທະນະທໍາ, ດ້ານຮີດຄອງປະເພນີ-ຄວາມເຊື່ອ ແລະ ພິທີກໍາ, ດ້ານການສຶກສາ ແລະ ດ້ານການອະນຸລັກສິ່ງແວດລ້ອມທາງທໍາມະຊາດ.

b)

ຄວາມຮູ້ທ້ອງຖິ່ນມີ 4 ປະເພດຄື: ດ້ານວັດທະນະທໍາ, ດ້ານຮີດຄອງປະເພນີ-ຄວາມເຊື່ອ ແລະ ພິທີກໍາ, ດ້ານການທໍາມາຫາກິນ ແລະ ດ້ານການອະນຸລັກສິ່ງແວດລ້ອມທາງທໍາມະຊາດ.

40.

ຂໍ້ໃດແມ່ນລັກສະນະຂອງຄວາມຮູ້ທ້ອງຖິ່ນທີ່ຄວນໄດ້ຮັບການສົ່ງເສີມ-ຟື້ນຟູ

a)

-      ເປັນເອກະລັກຂອງເຜົ່າ ແລະ ຊຸມຊົນຢ່າງແທ້ຈິງ.

-      ເປັນສິ່ງທີ່ຖືກປ່ອຍປະໄປ ແຕ່ຊຸມຊົນຕ້ອງການຢາກຟື້ນຟູຄືນ.

-      ສາມາດນໍາໃຊ້ໃຫ້ເປັນປະໂຫຍດຕໍ່ກັບການດໍາລົງຊີວິດຂອງຊາວບ້ານ ແລະ ຊຸມຊົນ.

-      ສົ່ງເສີມການນຳໃຊ້ວັດຖຸ, ວັດທະນະທຳທ້ອງຖິ່ນ ແຕ່ຕ້ອງຮັບປະກັນການນຳໃຊ້ແບບຍືນຍົງ ພ້ອມທັງຫຼຸດຜ່ອນການນຳເຂົ້າວັດຖຸພາຍນອກທີ່ບໍ່ຈຳເປັນ.

b)

-       ການຕໍ່າຜ້າ (ເຜົ່າລື້ ບ້ານຜານົມ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ)

-       ການສານກະຕ່າ (ເຜົ່າຜູ່ໄທ ບ້ານຕາແຫຼວ ເມືອງຈໍາພອນ ແຂວງສະຫວັນນະເຂດ)

-       ຕໍ່າສິ້ນກະໂດ (ເຜົ່າຕະໂອ້ຍ ບ້ານເທດສະບານ ເມືອງຕະໂອ້ຍ ແຂວງສາລະວັນ)