NEW
Font size
WorksheetsEmpowering Media Development Center Personnel in Developing Next
Total questions: 10
Worksheet time: 10mins
ຈຸດປະສົງຫຼັກ ຂອງການຫັນປ່ຽນເນື້ອໃນຈາກປຶ້ມແບບຮຽນມາເປັນວິດີໂອ ຫຼື ເອນີເມເຊິນ ແມ່ນເພື່ອຫຍັງ?
ເພື່ອໃຫ້ມີຄວາມສວຍງາມພຽງຢ່າງດຽວ
ເພື່ອຊ່ວຍໃຫ້ນັກຮຽນເຂົ້າໃຈເນື້ອໃນທີ່ຊັບຊ້ອນໄດ້ງ່າຍຂຶ້ນ ແລະ ເພີ່ມຄວາມສົນໃຈ
ເພື່ອທົດແທນການສອນຂອງຄູອາຈານຢ່າງສິ້ນເຊີງ
ເພື່ອຫຼຸດຜ່ອນການນຳໃຊ້ປຶ້ມແບບຮຽນທີ່ເປັນເຈ້ຍ
ສື່ການຮຽນການສອນແບບ "Interactive" (ສື່ໂຕ້ຕອບ) ມີລັກສະນະເດັ່ນແນວໃດ?
ເປັນສື່ທີ່ນັກຮຽນສາມາດເບິ່ງໄດ້ພຽງຢ່າງດຽວ
ເປັນສື່ທີ່ມີສຽງບັນຍາຍດັງຊັດເຈນ
ເປັນສື່ທີ່ຜູ້ຮຽນສາມາດມີສ່ວນຮ່ວມ ຫຼື ຕອບໂຕ້ກັບລະບົບໄດ້
ເປັນສື່ທີ່ເນັ້ນການນຳໃຊ້ສີສັນທີ່ສົດໃສ
ການເລືອກໃຊ້ຮູບພາບ ແລະ ວິດີໂອໃນສື່ການສອນ ຄວນຄຳນຶງເຖິງປັດໄຈໃດຫຼາຍທີ່ສຸດ?
ຄວາມມັກສ່ວນຕົວຂອງຜູ້ສ້າງ
ຄວາມສອດຄ່ອງກັບເນື້ອໃນບົດຮຽນ ແລະ ຈິດວິທະຍາຂອງຜູ້ນໍາໃຊ້ສື່
ຈຳນວນຂອງຮູບພາບຕ້ອງມີຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້
ຕ້ອງເປັນພາບເຄື່ອນໄຫວ 3D ເທົ່ານັ້ນ
AI (Artificial Intelligence) ຫຼື ປັນຍາປະດິດ ໃນວຽກງານການສ້າງສື່ໝາຍເຖິງຫຍັງ?
ການໃຊ້ຫຸ່ນຍົນມາແຕ້ມຮູບແທນຄົນ
ລະບົບຄອມພິວເຕີທີ່ສາມາດຮຽນຮູ້ ແລະ ເຮັດວຽກທີ່ຊັບຊ້ອນແທນມະນຸດໄດ້ (ເຊັ່ນ: ການສ້າງພາບ, ສຽງ)
ການນຳໃຊ້ໂປຣແກຣມ Microsoft Office ເຂົ້າໃນຂະບວນການຮຽນ-ການສອນ
ການຄົ້ນຫາຂໍ້ມູນໃນ Google ພຽງຢ່າງດຽວ
Generative AI (AI ທີ່ສາມາດສ້າງສັນຜົນງານໃໝ່ໄດ້) ສາມາດຊ່ວຍວຽກ ໃນການຜະລິດສື່ ອັນໃດ໋ໄດ້ດີທີ່ສຸດ?
ການຈັດເກັບຂໍ້ມູນຕ່າງໆທີ່ໄດ້ແບບເອກະສານໃສ່ໃນຕູ້
ການແປງຂໍ້ຄວາມຈາກປຶ້ມມາເປັນຮູບພາບ, ສຽງບັນຍາຍ ຫຼື ວິດີໂອ
ການສ້ອມແປງຄອມພິວເຕີທີ່ເພດ້ວຍການວິເຄາະ ແລະ ສອບຖາມ
ການຈັດພິມເອກະສານອອກທາງເຄື່ອງ Print
ໃນການສ້າງວິດີໂອການສອນແບບ, "Text-to-Speech" AI ມີປະໂຫຍດແນວໃດ?
ໃຊ້ໃນການແປພາສາຈາກລາວເປັນອັງກິດ
ໃຊ້ໃນການປ່ຽນຂໍ້ຄວາມໃຫ້ເປັນສຽງບັນຍາຍທີ່ມີຄວາມເປັນທຳມະຊາດ
ໃຊ້ໃນການຕັດຕໍ່ວິດີໂອໃຫ້ສັ້ນລົງ
ໃຊ້ໃນການຈັດຮູບແບບຕົວໜັງສື
"Prompt" ໃນການນຳໃຊ້ AI ໝາຍເຖິງຫຍັງ?
ຊື່ຂອງໂປຣແກຣມ AI
ຄຳສັ່ງ ຫຼື ຂໍ້ຄວາມທີ່ພວກເຮົາປ້ອນໃຫ້ AI ເພື່ອໃຫ້ມັນສ້າງຜົນງານຕາມຕ້ອງການ
ຄວາມໄວຂອງການປະມວນຜົນຂອງຄອມພິວເຕີ
ການເຊື່ອມຕໍ່ອິນເຕີເນັດ
ການນຳໃຊ້ AI ສ້າງສື່ການສອນລົງໃນແຟລດຟອມ "ຄັງປັນຍາລາວ" ຄວນລະວັງເລື່ອງໃດຫຼາຍທີ່ສຸດ?
ຄວາມສວຍງາມຂອງເນື້ອຫາທັງຕົວໜັງສື, ຮູບພາບ ແລະ ວິດິໂອ
ຄວາມຖືກຕ້ອງຂອງເນື້ອໃນວິຊາການ ແລະ ລິຂະສິດຂອງສື່ທີ່ສ້າງຂຶ້ນ
ຄວາມຍາວຂອງວິດີໂອທີ່ສ້າງຂຶ້ນແບບບໍ່ໜ້ອຍ ແລະ ບໍ່ຫຼາຍຈົນເກີນໄປ
ຊື່-ນາມສະກຸນ ຂອງຜູ້ສ້າງສື່ນັ້ນໆ ລວມທັງທີມງານຕ່າງໆ
ຂໍ້ໃດຄືຂໍ້ດີຂອງການໃຊ້ AI ຊ່ວຍໃນການສ້າງສື່ການສອນ ວິຊາສາຍສາມັນ?
ເຮັດໃຫ້ບໍ່ຕ້ອງມີການກວດສອບເນື້ອໃນຈາກຊ່ຽວຊານ
ຊ່ວຍປະຢັດເວລາ, ງົບປະມານ ແລະ ເພີ່ມຄວາມຫຼາກຫຼາຍຂອງຮູບແບບສື່
ເຮັດໃຫ້ຄູບໍ່ຕ້ອງກຽມບົດສອນອີກຕໍ່ໄປ
ເຮັດໃຫ້ຄອມພິວເຕີເຮັດວຽກໄດ້ໂດຍບໍ່ຕ້ອງໃຊ້ຄົນຄວບຄຸມ
ຂັ້ນຕອນໃດຄືລຳດັບການຜະລິດສື່ວິດີໂອການສອນໂດຍໃຊ້ AI ທີ່ຖືກຕ້ອງ ແລະ ມີປະສິດທິພາບທີ່ສຸດ?
ສ້າງວິດີໂອທັນທີ > ອັບໂຫລດລົງຄັງປັນຍາລາວ > ແລ້ວຈຶ່ງຂຽນບົດ (Script)
ອ່ານເນື້ອໃນຈາກປຶ້ມ > ໃຊ້ AI ຊ່ວຍຂຽນບົດ (Script) > ສ້າງພາບ ແລະ ສຽງດ້ວຍ AI > ຕັດຕໍ່ ແລະ ກວດສອບ > ອັບໂຫລດລົງຄັງປັນຍາລາວ
ອັບໂຫລດຮູບພາບຈາກປຶ້ມລົງແອັບພຣິເຄເຊິນ > ໃຫ້ AI ປ່ຽນສີ > ແລ້ວຈຶ່ງບັນທຶກສຽງສົດ
ໃຊ້ AI ສ້າງພາບເຄື່ອນໄຫວ > ແລ້ວຈຶ່ງມາຊອກຫາເນື້ອໃນບົດຮຽນທີ່ກ່ຽວຂ້ອງມາໃສ່ທີຫຼັງ
