wayground logo

Free Printable Worksheets

Font size

S
M
L
XL
Worksheets

​ກິດ​ຈະ​ກຳ​ຖາມ​ຕອບ​ຊາວ​ໜຸ່ມ

Total questions: 87

Worksheet time: 44mins

Name
Class
Date
1.

ເພງ​ຊາດ​ຂອງ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ ​​ມີ​ຊື່ວ່າແນວໃດ ?

a)

​ກ. ​ປະ​ເທດ​ລາວ​ 

b)

ຂ. ​​​ເພງ​ລາວ

c)

ຄ. ຊາດ​ລາວ

2.

ນະຄອນຫລວງຂອງ ສາ​ທາ​ລະ​ນະ​ລັດ ​ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ ມີຊື່ວ່າແນວໃດ?

a)

. ​ຫລວງພະບາງ​ 

   

b)

    ຂ. ​​​ນະຄອນຫລວງວຽງຈັນ

     

c)

. ຈໍາປາສັກ

3.

ການຕໍ່ສູ້ຕ້ານຈັກກະພັດຝຣັ່ງ ລາວໄດ້ປະກາດເປັນປະເທດເອກະລາດ ແລະ ສ້າງຕັ້ງລັດຖະບານລາວ ໃນວັນທີເດືອນ ປີໃດ?

a)

ກ. ວັນທີ 12 ຕຸລາ 1945

b)

ຂ. ວັນທີ 22 ມີນາ 1954

c)

ຄ. ວັນທີ 20 ມັງກອນ 1949

4.

ນາຍົກລັດຖະມົນຕີ ຄົນທຳອິດ ແຫ່ງສປປລາວ ແມ່ນໃຜ ?

a)

ທ່ານ ຄຳໄຕ ສີພັນດອນ

b)

ທ່ານ ໜູຮັກ ພູມສະຫວັນ

c)

ທ່ານ ໄກສອນ ພົມວິຫານ

5.

ວັນຢຶດອໍາ​ນາດທົ່ວປະເທດຈາກແອກປົກຄອງຂອງພວກຈັກກະພັດອາເມລິກາ ແມ່ນວັນທີ ເດືອນ ປີໃດ?

a)

ກ. ວັນທີ 23 ສິງຫາ 1945

b)

ຂ. ວັນທີ 23 ສິງຫາ 1954

c)

ຄ. ວັນທີ 23 ສິງຫາ 1975

6.

ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນວັນທີ ເດືອນ ປີໃດ?

a)

ກ. ວັນທີ 12 ຕຸລາ 1945

b)

ຂ. ວັນທີ 23 ສິງຫາ 1954

c)

ຄ. ວັນທີ 2 ທັນວາ 1975

7.

ວັນສ້າງຕັ້ງພັກປະຊາຊົນລາວ ແມ່ນວັນທີ, ເດືອນ, ປີໃດ ?

a)

ກ. ວັນທີ 22 ມີນາ 1945

b)

ຂ. ວັນທີ 22 ມີນາ 1955

c)

ຄ. ວັນທີ 22 ມີນາ 1960

8.

ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ​ແມ່ນ ວັນທີ ເດືອນ ປີໃດ ?

a)

ກ. ວັນທີ 13 ມີນາ 1920

b)

ຂ. ວັນທີ 13 ມິຖຸນາ 1920

c)

ຄ. ວັນທີ 13 ທັນວາ 1920

9.

ກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວຄັ້ງທີ II ​ໄຂຂຶ້ນ​ໃນວັນທີ ເດືອນ ປີໃດ​?

a)

ກ. ວັນທີ 3 ກຸມພາ 1954

b)

ຂ. ວັນທີ 3 ກຸມພາ 1949

c)

ຄ. ວັນທີ 3 ກຸມພາ 1972

10.

ແນວທາງ​ການ​ປ່ຽນ​ແປງ​ໃໝ່ ​ໄດ້​ກໍານົດ​ຢູ່​ມະຕິ​ກອງ​ປະຊຸມ​ໃຫຍ່ຂອງ​ພັກ​ປະ​ຊາ​ຊົນປະຕິ​ວັດ​ລາວ ຄັ້ງທີ​ເທົ່າ​ໃດ ​ແລະ ປີ​ໃດ?

a)

ກ. ຄັ້ງທີ V ປີ 1986

b)

ຂ. ຄັ້ງທີ IV ປີ 1986

c)

ຄ. ຄັ້ງທີ III 1986

11.

​​ ອໍານາດ ລັດ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ ​ ປະກອບ​ມີຈັກ​ອົງການ?

a)

ກ. ມີ ສອງ ອົງການ: ອົງການອຳນາດປະຊາຊົນ ແລະ ອົງການປົກຄອງ

b)

ຂ. ມີ ສາມ ອົງການ: ອົງການນິຕິບັນຍັດ, ອົງການບໍລິຫານ ແລະ ອົງການຕຸລາການ

c)

ຄ. ມີ ສາມ ອົງການ: ນິຕິບັນຍັດ, ອົງການກວດກາ​ພັກ-ລັດ ແລະ ອົງການໄອຍະການ

12.

  ສາທາລະນະ​ລັດ​ ປະຊາທິປະ​ໄຕ​ ປະຊາຊົນ​ລາວ ​ແບ່ງການປົກຄອງທ້ອງຖິ່ນອອກເປັນຈັກຂັ້ນ, ຂັ້ນ​ໃດ​ແດ່?

a)

ກ. ສາມ​ ຂັ້ນ: ຂັ້ນສູນ​ກາງ, ຂັ້ນ​ແຂວງ ແລະ ຂັ້ນ​ເມືອງ

b)

ຂ. ສາມ​ ຂັ້ນ: ຂັ້ນ​ແຂວງ, ຂັ້ນ​ເມືອງ ແລະ ຂັ້ນບ້ານ

c)

ຄ. ສອງ​ ຂັ້ນ: ຂັ້ນ​ແຂວງ ແລະ ຂັ້ນ​ເມືອງ

13.

ສະໄໝຂອງສະພາ​ແຫ່ງ​ຊາດ​ແຕ່​ລະ​ຊຸດ​ມີ​ອາຍຸ​ການ​ຈັກ​ປີ ?

a)

ກ. ສາມ ປີ

b)

ຂ. ສີ່ ປີ

c)

ຄ. ຫ້າປີ

14.

ອົງການໃດທີ່ປະຕິບັດສິດ ແລະ ໜ້າທີ່ກ່ຽວກັບການຕົກລົງໃຫ້ນິລະໂທດກໍາ?

a)

ກ. ສະພາແຫ່ງຊາດ

b)

ຂ. ລັດຖະບານ

c)

ຄ. ສານປະຊາຊົນສູງສຸດ

15.

ໃຜມີສິດຊັກຖາມນາຍົກລັດຖະມົນຕີ ຫຼື ສະມາຊິກລັດຖະບານ, ປະທານສານປະຊາຊົນສູງສຸດ, ໄອຍະການປະຊາຊົນສູງສຸດ?

a)

ກ. ສະມາຊິກລັດຖະບານ

b)

ຂ. ສະມາຊິກສະພາແຫ່ງຊາດ

c)

ຄ. ຜູ້ພິພາກສາ

16.

ປະທານສະພາແຫ່ງຊາດ ຄັ້ງທີ VII ແມ່ນໃຜ ?

a)

ກ. ທ່ານ ສະໝານ ວິຍະເກດ

b)

ຂ. ທ່ານ ທອງລຸນ ສີສຸລິດ

c)

ຄ. ທ່ານ ນ. ປານີ ຢາທໍ່ຕູ້

17.

ສະພາ​ແຫ່ງ​ຊາດ ຊຸດ​ທຳ​ອິດ​ມີ​ຊື່ວ່າ​ແນວ​ໃດ ?

a)

ກ. ​ສະພາ​ປະຊາຊົນ

b)

ຂ. ​ສະພາ​ຜູ່​ແທນ​ປະຊາຊົນ

c)

ຄ. ​ສະພາ​ປະຊາຊົນ​ສູງ​ສຸດ

18.

​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຄົນ​ປັດ​ຈຸ​ບັນ ມີ​ຊື່​ວ່າ​ແນວ​ໃດ ?

a)

ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ

b)

​ທ່ານ ນາງ ປາ​ນີ ຢາ​ທໍ່​ຕູ້

c)

​ທ່ານ ທອງ​ລຸນ ສີ​ສຸ​ລິດ

d)

​ທ່ານ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ

19.

ສະພາ​ປະຊາຊົນສູງ​ສຸດ ຊຸດ​ທຳ​ອິດ​ສ້າງ​ຕັ້ງ​ຂຶ້ນ​ເດືອນ​ປີ​ໃດ?

a)

ກ. ​​ເດືອນ ສິງຫາ 1975

b)

ຂ. ​​ເດືອນ ກັນຍາ 1975

c)

ຄ.​ ເດືອ​ນ ທັນວາ 1975

20.

ປະທານ​ສະພາປະຊາຊົນສູງສຸດ​ ຊຸດ​ທຳ​ອິດຊື່ວ່າ​ແນວ​ໃດ ?

a)

ທ່ານ ໄກ​ສອນ ພົມ​ວິ​ຫານ

b)

ທ່ານ ສຸ​ພາ ນຸ​ວົງ

c)

​ທ່ານ ໜູ​ຮັກ ພູມ​ສະ​ຫວັນ

21.

ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕ້ອງ​ມີ​ອາຍຸ​ຈັກ​ປີ​ຂຶ້ນ​ໄປ ?

a)

ກ. ​​15 ປີ

b)

ຂ. ​18 ປີ

c)

ຄ. ​20 ປີ

22.

ຜູ້ມີ​ສິດ​ຮັບ​ສະໝັກ​ເລືອກ​ຕັ້ງ​ຕ້ອງ​ມີ​ອາຍຸ​ຈັກ​ປີ​ຂຶ້ນ​ໄປ?

a)

ກ. ​17 ປີ

b)

ຂ. ​19 ປີ

c)

ຄ. ​21 ປີ

23.

ໃຜ​ເປັນ​ຜູ່​ກໍານົດ​ວັນ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ?

a)

ກ. ​ນາຍົກລັດຖະມົນຕີ

b)

ຂ. ​ປະທານ​ສະພາ​ແຫ່ງ​ຊາດ

c)

ຄ. ​ປະທານ​ປະ​ເທດ

24.

ປະທານ​ກໍາ​ມາທິການ​ຂອງສະພາແຫ່ງຊາດມີ​ຕຳ​ແໜ່​ງທຽບ​ເທົ່າ​ຂັ້ນ​ໃດ?

a)

ກ. ລັດຖະມົນຕີວ່າການກະຊວງ

b)

ຂ. ​ລັດຖະມົນຕີ​ຊ່ວຍວ່າການ

c)

ຄ. ​ປະທານ​ສານ​ອຸທອນ

25.

ແມ່ນ​ໃຜ​ເປັນ​ຜູ່​ເລືອກ​ຕັ້ງສະມາຊິກສະພາແຫ່ງຊາດ?

a)

ກ. ລັດຖະບານ

b)

ຂ. ປະທານສະພາແຫ່ງຊາດ

c)

ຄ. ປະຊາຊົນ

26.

ສານປະຊາຊົນແມ່ນອົງການ​ແນວ​ໃດ ?

a)

ກ. ແມ່ນອົງການພິພາກສາຂອງລັດ

b)

ຂ. ແມ່ນອົງການອຳນາດແຫ່ງລັດ

c)

ຄ. ແມ່ນອົງການທີ່ຂຶ້ນກັບລັດຖະບານ

27.

ການດຳເນີນຄະດີ ຢູ່ ສປປ ລາວ ນຳໃຊ້ພາສາຫຍັງເປັນການສື່ສານ ?

a)

ກ. ພາສາອັງກິດ

b)

ຂ. ພາສາລາວ

c)

ຄ. ພາສາຝຣັ່ງ

28.

ສານ​ປະຊາຊົນ ນອນໃນ​ອົງການ​​ໃດ ?

a)

ກ. ອົງການ​ນິຕິ​ບັນຍັດ

b)

ຂ. ອົງການ​ບໍລິຫານ

c)

ຄ. ອົງການ​ຕຸລາການ

29.

ແມ່ນໃຜເປັນຜູ່ສ້າງຕັ້ງ ແລະ ຍຸບເລີກອົງການກວດສອບແຫ່ງລັດ ?

a)

ກ. ນາຍົກລັດຖະມົນຕີ

b)

ຂ. ລັດຖະມົນຕີວ່າການກະຊວງພາຍໃນ

c)

ຄ. ສະພາແຫ່ງຊາດ

30.

ປະທານປະເທດແຫ່ງ ສປປ ລາວ ຜູ່​ທຳ​ອິດ​ແມ່ນ​ທ່ານ​ໃດ?

a)

ທ່ານ ຄຳໄຕ ສີພັນດອນ

b)

ທ່ານ ປະທານ ສຸພາ​ນຸວົງ

c)

ທ່ານ ຈູມມາລີ ໄຊຍະສອນ

31.

ແມ່ນໃຜມີສິດອອກລັດຖະບັນຍັດ ?

a)

ນາຍົກລັດຖະມົນຕີ

b)

ປະທານປະເທດ

c)

ປະທານສະພາແຫ່ງຊາດ

32.

  ແມ່ນ​ໃຜ​ເປັນ​ຜູ່​ມີ​ສິດ​ອໍານາດ​ໃນການ​ຕົກລົງ​ໃຫ້​ອະ​ໄພ​ຍະ​ໂທດ?

a)

ກ. ນາຍົກລັດຖະມົນຕີ

b)

ຂ. ປະທານ​ສະພາ​ແຫ່ງ​ຊາດ

c)

ຄ. ປະທານ​ປະ​ເທດ

33.

  ອົງການໃດ ເປັນຜູ່ຮັບຮອງເອົາລັດຖະທໍາມະນູນ?

a)

ກ. ໄອຍະການປະຊາຊົນສູງສຸດ

b)

ຂ. ສານປະຊາຊົນສູງສຸດ

c)

ຄ. ສະພາແຫ່ງຊາດ

34.

ໂຄງການຂຸດຄົ້ນບໍ່ຄຳເຊໂປນ ຕັ້ງຢູ່ແຂວງໃດ ?

a)

ກ.  ແຂວງວຽງຈັນ

b)

ຂ. ແຂວງຄຳມ່ວນ

c)

ຄ. ແຂວງສະຫວັນນະເຂດ

35.

ໂຄງການຂຸດຄົ້ນແຮ່ກົ່ວຂອງລາວແຫ່ງທຳອິດຢູ່ແຂວງໃດ ?

a)

ກ. ແຂວງບໍລິຄຳໄຊ

b)

ຂ. ແຂວງຄຳມ່ວນ

c)

ຄ. ແຂວງຊຽງຂວາງ

36.

ໂຄງການ ພູເບ້ຍມາຍນິ້ງ ຈໍາກັດ ຕັ້ງໂຮງງານຜະລິດຄຳ ຢູ່ແຂວງໃດ ?

a)

ກ. ແຂວງໄຊສົມບູນ

b)

ຂ. ແຂວງຊຽງຂວາງ

c)

ຄ. ນະຄອນຫລວງວຽງຈັນ

37.

ຊັບພະຍາກອນແຮ່ທາດມີຢູ່ໃສແດ່ ?

a)

ກ. ມີຢູ່ໜ້າດິນ, ພື້ນດິນ ຫຼື ພື້ນນ້ຳ

b)

ຂ. ມີຢູ່ໃນປ່າໄມ້, ມີຢູ່ໃນນ້ຳ ແລະ ອາກາດ

c)

ຄ. ມີຢູ່ໃນໂຮງງານ, ມີຢູ່ໃນສາງ, ມີຢູ່ໃນທົ່ວໄປ

38.

ວິສາຫະກິດໄຟຟ້າລາວຂຶ້ນກັບການຄຸ້ມຄອງຂອງກະຊວງໃດ?

a)

ກ. ກະຊວງອຸດສາຫະກໍາ ແລະ ການຄ້າ

b)

ຂ. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

c)

ຄ. ກະຊວງພະລັງງານ ແລະ ບໍ່ແຮ່

39.

ສາມຫຼ່ຽມຄຳມີປະເທດໃດແດ່ ?

a)

ກ. ລາວ, ໄທ,ຈີນ

b)

ຂ. ລາວ, ໄທ, ມຽນມ້າ

c)

ຄ. ກໍາປູເຈຍ, ຫວຽດນາມ, ໄທ

40.

ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຮັບຮອງໂດຍພາກສ່ວນໃດ?

a)

ກ. ກະຊວງແຜນການ ແລະ ການລົງທຶນ

b)

ຂ. ລັດຖະບານ

c)

ຄ. ສະພາແຫ່ງຊາດ

41.

ສາຂາແມ່ນ້ຳຂອງ ແບ່ງອອກເປັນຈັກສາຂາ ?

a)

ກ. 08 ສາຂາ

b)

ຂ. 10 ສາຂາ

c)

ຄ. 14 ສາຂາ

42.

ເສັ້ນທາງ​ລົດ​ໄຟ​​ແຫ່ງ​ທຳ​ອິດ ຂອງ ສປປ ລາວ ມີຄວາມຍາວ​ຈັກ​ກິ​ໂລ​ແມັດ?

a)

ກ. 1,5 ກິ​ໂລ​ເມັດ

b)

ຂ. 2,5 ກິ​ໂລ​​ແມັດ

c)

ຄ. 3,5 ກິໂລ​ແມັດ

43.

ສະຖານີ​ລົດ​ໄຟ​ແຫ່ງ​ທຳ​ອິດ ຢູ່​ ສປປ ລາວ​ເອີ້ນຊື່ວ່າ​ແນວ​ໃດ ?

a)

ກ. ສະຖານີ​ວຽງຈັນ

b)

ຂ. ສະຖານີ​ທ່າ​ນາ​ແລ້ງ

c)

ຄ. ສະຖານີ​ດົງ​ໂພ​ສີ

44.

ທາງ​ລົດ​ໄຟ​ເສັ້ນທຳ​ອິດ​ຂອງ ສປປ ລາວ ​ເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟປະ​ເທດ​​ໃດ ?

a)

ກ. ​ ສ.ສ ຫວຽດນາມ

b)

ຂ. ​ຣາຊະອານາ​ຈັກ​ໄທ

c)

ຄ. ​ສ.ປ ຈີນ

45.

ມະຫາວິທະຍາໄລວິທະຍາສາດ ສຸຂະພາບ (ມວສ) ຂຶ້ນກັບກະຊວງໃດ ?

a)

ກ. ກະຊວງສຶກສາທິການ ແລະ ກິລາ

b)

ຂ. ກະຊວງສາທາລະນະສຸກ

c)

ຄ.ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງສາທາລະນະສຸກ

46.

ສປປ ລາວ ເປັນເຈົ້າພາບຈັດງານແຂ່ງຂັ້ນມະຫາກໍາກິລາຊີເກມຄັ້ງທີ 25 ວັນທີ ເດືອນ ປີ?

a)

ກ. ວັນທີ 9-18 ທັນວາ 2007

b)

ຂ. ວັນທີ 9-18 ທັນວາ 2008

c)

ຄ. ວັນທີ 9-18 ທັນວາ 2009

47.

ໃນວັນທີ 29 ຕຸລາ 1960 ກໍາລັງປະກອບອາວຸດປະເທດລາວ ໄດ້ປົດປ່ອຍແຂວງໃດ ?

a)

ກ. ແຂວງຊຽງຂວາງ

b)

ຂ. ແຂວງຜົ້ງສາລີ

c)

ຄ. ແຂວງຫົວພັນ

48.

ວັນທີ 01 ມັງກອນ 1961 ແມ່ນວັນປົດປ່ອຍສະຖານທີ່ສໍາຄັນທາງຍຸດທະສາດໃດ ?

a)

ກ. ວັນປົດປ່ອຍນໍ້າບາກ ແຂວງຫລວງພຣະບາງ

b)

ຂ. ວັນປົດປ່ອຍທ່າແຂກ ແຂວງຄໍາມ່ວນ

c)

ຄ. . ວັນປົດປ່ອຍທົ່ງໄຫຫີນ ແຂວງຊຽງຂວາງ

49.

ວັນເຊັນສັນຍາເຊີແນວ 14 ປະເທດ ກ່ຽວກັບຄວາມເປັນກາງຂອງລາວ ແມ່ນວັນທີ ເດືອນ ປີໃດ?

a)

ກ. ວັນທີ 23 ກໍລະກົດ 1962

b)

ຂ. ວັນທີ 01 ຕຸລາ 1965

c)

ຄ.ວັນທີ 24 ສິງຫາ 1960

50.

ກອງທັບປະເທດລາວ ປ່ຽນຊື່ມາເປັນກອງທັບປົດປ່ອຍປະຊາຊົນລາວ ໃນວັນທີ ເດືອນ ປີໃດ?

a)

ກ. ວັນ​ທີ 20 ມັງກອນ 1955

b)

ຂ. ວັນທີ 01 ຕຸລາ 1965

c)

ຄ.ວັນທີ 10 ຕຸລາ 1945

51.

ຊາວນະຄອນຫລວງວຽງຈັນໄດ້ລຸກຂຶ້ນຢຶດອໍານາດ ໂຄ່ນລົົ້ມລະບອບເກົ່າ ໃນວັນທີ ເດືອນ ປີໃດ?

a)

ກ. ວັນ​ທີ 20 ມັງກອນ 1955

b)

ຂ. ວັນທີ 10 ຕຸລາ 1945

c)

ຄ. ວັນທີ 23 ສິງຫາ 1975

52.

ແມ່ນ​ໃຜ​ເປັນ​ຜູ່​ປະພັນ ບົດ​ກອນ ​ເມືອງ​ລາວ​ສວຍ​ງາມ​ຮັ່ງມີ​ ?

a)

ກ. ທ່ານ ພູມີ ວົງ​ວິຈິດ

b)

 ຂ. ທ່ານ ໜູ​ຮັກ ພູມ​ສະຫວັນ

c)

ຄ. ທ່ານ ສີສະ​ນະ ສີ​ສານ

53.

ນິທານ​ເລື່ອງ ສັງ​ສິນ​ໄຊ ​ແມ່ນ​ໃຜ​ເປັນ​ຜູ່​ແຕ່ງ ?

a)

ກ. ທ່ານ ພູມີ ວົງ​ວິຈິດ

b)

ຂ. ທ່ານ ສຸພາ​ນຸ​ວົງ

c)

ຄ. ທ້າວ ປາງຄໍາ

54.

ໃນ​ສະຕະວັດ​ທີ XV ແມ່ນ​ໃຜ​ເປັນຜູ່​ແຕ່ງ​ນິທານ “ຂຸນບູລົມ​ລາຊາທິລາດ” ​ເປັນ​ເທື່ອ​ທຳ​ອິດ​?

a)

ກ. ມະຫາ​ຊາ​ນົກ

b)

ຂ. ພະມະຫາເທບຫຼວງ

c)

ຄ. ພະ​ເຈົ້າ​ອະນຸວົງ

55.

ອັກສອນ​ສູງ​ມີ​ທັງ​ໝົດ​ຈັກ​ຕົວ, ຄື​ຕົວ​ໃດ​ແດ່ ?

a)

ກ. 3 ຕົວ: ຂ ສ ຖ

b)

ຂ. 4 ຕົວ: ຂ ສ ຖ, ຜ

c)

.6 ຕົວ: ຂ, ສ, ຖ, ຜ, ຝ, ຫ

56.

ສຸພາສິດ​ທີ່​ວ່າ: “ຢູ່​ໃຫ້​ເພິ່ນ​ວ່າ​ດີ ໜີ​ໃຫ້​ເພິ່ນ​ຄິດ​ຮອດ” ​ແມ່ນ​ສຸພາສິດ​ຂອງ​ຊາດ​ໃດ ?

a)

ກ. ສຸພາສິດ​ຂອງ​​ຊາດໄທ

b)

ຂ. ສຸພາສິດ​ຂອງ​ຊາດ​ລາວ

c)

ຄ. ສຸພາສິດ​ຂອງ​ກໍາປູ​ເຈຍ

57.

ຂົວມິດຕະພາບ ລາວ - ໄທ ແຫ່ງທີ 1 ເປີດນຳໃຊ້ ໃນປີໃດ ?

a)

ປີ 1994

b)

ປີ 1995

c)

ປີ 1996

58.

ພັກຄອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂື້ນໃນວັນທີເດືອນປີໃດ ?

a)

3 ກຸມພາ 1930

b)

4 ກຸມພາ 1930

c)

5 ກຸມພາ 1930

59.

ລາວເຂົ້າເປັນສະມາຊິກພັກຄອມມູນິດອິນດູຈີນ ໃນວັນທີເດືອນປີໃດ ?

a)

14 ຕຸລາ 1930

b)

15 ຕຸລາ 1930

c)

16 ຕຸລາ 1930

60.

ເຈົ້າອານຸວົງໄດ້ນຳພາປະຊາຊົນລາວ ລຸກຂື້ນຕໍ່ສູ້ເພື່ອຍາດເອົາເອກະລາດຂອງຊາດ ຕັ້ງແຕ່ປີໃດຫາປີໃດ ?

a)

ປີ 1827-1828

b)

ປີ 1828-1829

c)

ປີ 1829-1830

61.

ຂະບວນການຕໍ່ສູ້ຂອງເຈົ້າຟ້າປັດໃຈ ແມ່ນເກີດຂື້ນປີໃດຫາປີໃດ ?

a)

ປີ 1908-1922

b)

ປີ 1909-1922

c)

ປີ 1910-1922

62.

ຊາວນະຄອນຫຼວງວຽງຈັນໄດ້ລຸກຂື້ນຍຶດອຳນາດໂຄນລົ້ມລະບອບເກົ່າ ແມ່ນວັນທີ ເດືອນ ປີ ໃດ ?

a)

ວັນທີ 23 ສິງຫາ 1975

b)

ວັນທີ 24 ສິງຫາ 1975

c)

ວັນທີ 25 ສິງຫາ 1975

63.

ພະທາດຫຼວງສ້າງຕັ້ງໃນ ຄສ ໃດ? ໃຜເປັນຜູ້ນຳສ້າງ ?

a)

ປີ ຄສ 1566,

ນຳສ້າງໂດຍເຈົ້າໄຊເສດຖາທິລາດ

b)

ປີ ຄສ 1566,

ນຳສ້າງໂດຍເຈົ້າຟ້າງຸ່ມ

c)

ປີ ຄສ 1566,

ນຳສ້າງໂດຍເຈົ້າອານຸວົງ

64.

ຊົນເຜົ່າໃນ ສປປ ລາວ ທີ່ຖືກຮັບຮອງຢ່າງເປັນທາງການມີຈັກຊົນເຜົ່າ ?

a)

ມີ 30 ຊົນເຜົ່າ

b)

ມີ 40 ຊົນເຜົ່າ

c)

ມີ 50 ຊົນເຜົ່າ

65.

ຜົນການຄົ້ນຄ້ວາໝວດພາສາຊົນເຜົ່າໃນ ສປປ ລາວ ໄດ້ຈັກອອກເປັນຈັກໝວດ ?

a)

ມີ 3 ໝວດພາສາ

b)

ມີ 4 ໝວດພາສາ

c)

ມີ 5 ໝວດພາສາ

66.

ພະເຈົ້າແຜນດິນອົງສຸດທ້າຍຂອງອານາຈັກລາວລ້ານຊ້າງວຽງຈັນ ມີນາມວ່າແນວໃດ ?

a)

ເຈົ້າສີສະຫວ່າງວົງ

b)

ເຈົ້າອະນຸວົງ

c)

ເຈົ້າຟ້າປັດໃຈ

67.

ຂໍ້ແຂ່ງຂັນ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ ແມ່ນຫຍັງ?

a)

4 ບຸກ

b)

3 ດີ 4 ຮູ້

c)

6 ຮັກ 3 ຊັງ

68.

ຂໍ້ແຂ່ງຂັນຂອງ ສະມາຊິພັກມີຄືແນວໃດ ?

a)

ຮັກຊາດ ແລະ ພັດທະນາ

b)

ຮັກຊາດ

c)

ພັດທະນາ

69.

ອານາຈັກລ້ານຊ້າງໄດ້ແຕກແຍກຄວາມສາມັກຄີແລ້ວ ແບ່ງອອກເປັນຈັກອານາຈັກ ?

a)

2 ອານາຈັກ

b)

3 ອານາຈັກ

c)

4 ອານາຈັກ

70.

ລາວເປັນຫົວເມືອງຂື້ນຂອງສະຫຍາມແຕ່ປີໃດ ຫາປີໃດ ?

a)

ປີ 1778-1893

b)

ປີ 1778-1894

c)

ປີ 1778-1895

71.

ພວກຈັດກະພັດຝຣັ່ງ ໄດ້ຢຶດຄອງເອົາລາວເປັນຫົວເມືອງຂື້ນຄັ້ງທຳອິດໃນປີໃດ ?

a)

ປີ 1892

b)

ປີ 1893

c)

ປີ 1894

72.

ແນວລາວອິດສະຫຼະ ໄດ້ຮັບການສ້າງຕັ້ງຂື້ນໃນວັນທີ ເດືອນ ປີໃດ ?

a)

ວັນທີ 13 ສິງຫາ 1950

b)

ວັນທີ 13 ສິງຫາ 1951

c)

ວັນທີ 13 ສິງຫາ 1952

73.

ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບສຸກ ແມ່ນວັນທີ ເດືອນ ປີໃດ ?

a)

ວັນທີ 5 ເມສາ 1961

b)

ວັນທີ 5 ເມສາ 1962

c)

ວັນທີ 5 ເມສາ 1963

74.

ອົງການສະຫະປະຊາຊາດ ( ສປຊ ) ສ້າງຕັ້ງຂື້ນປີໃດ ?

a)

ປີ 1943

b)

ປີ 1944

c)

ປີ 1945

75.

ອົງການອານາໄມໂລກ ( WHO ) ສ້າງຕັ້ງຂື້ນໃນວັຍທີ ເດືອນ ປີໃດ ?

a)

7 ພຶດສະພາ 1949

b)

7 ພຶດສະພາ 1950

c)

7 ພຶດສະພາ 1951

76.

ໃນປີ 2013 ປະທານປະເທດແຫ່ງ ສປປ ລາວ ແມ່ນໃຜ ?

a)

ທ່ານ ຈູມມາລີ ໄຊຍະສອນ

b)

ທ່ານ ຄຳໄຕ ສີພັນດອນ

c)

ທ່ານ ບຸນຍັງ ວໍລະຈິດ

77.

ທະເລທີ່ໃຫຍາທີ່ສຸດໃນໂລກແມ່ນທະເລຫຍັງ ?

a)

ທະເລຈີນ

b)

ທະເລໄທ

c)

ທະເລຫວຽດນາມ

78.

ການປະລາໄຊຂອງຈັກກະພັດອາເມລິກາຢູ່ລາວ ແມ່ນວັນທີ ເດືອນ ປີໃດ?

a)

ວັນທີ 27 ພຶດສະພາ 1975

b)

ວັນທີ 27 ມິຖຸນາ 1975

c)

ວັນທີ 27 ກໍລະກົດ 1975

79.

ປະເທດລາວມີເນື້ອທີ່ທັງໝົດເທົ່າໃດ ?

a)

256.360 ກິໂລແມັດ

b)

234.952 ກິໂລແມັດ

c)

236.800 ກິໂລແມັດ

80.

ປະທານຄໍາໄຕ ສີພັນດອນ ເກີດໃນວັນທີ, ເດືອນ, ປີ ໃດ ?

a)

ກ. 8 ກຸມພາ 1922

b)

ຂ. 8 ກຸມພາ 1924

c)

ຄ. 8 ມີນາ 1923

81.

ປະທານ ຄໍາໄຕ ສີພັນດອນ ໄດ້ຂຶ້ນມາຮຽນໜັງສືຢູ່ວຽງຈັນໃນປີໃດ?

a)

ປີ 1929

b)

ປີ 1931  

c)

 ປີ 1940

82.

ປະທານ ຄໍາໄຕ ສີພັນດອນ ໄດ້ເຂົ້າສັງກັດລັດ ໃນປີໃດ ?

a)

ກ. ປີ 1940

b)

ຂ. ປີ 1941

c)

 ຄ. ປີ 1943

83.

ປະທານ ຄໍາໄຕ ສີພັນດອນ ໄດ້ເຂົ້າປະຈຳການຢູ່ປາກເຊໃນ ປີໃດ ?

a)

ກ. ປີ 1945

b)

ຂ. ປີ 1946 

c)

  ຄ. ປີ 1947

84.

ປະທານ ຄໍາໄຕ ສີພັນດອນ ດຳລົງຕຳແໜ່ງ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຜູ້ທຳອິດ ຂອງ ສປປລາວ ໃນປີໃດ ?

a)

ກ. ປີ 1969

b)

ຂ. ປີ 1973

c)

ຄ. ປີິ 1975

85.

ປະທານ ຄໍາໄຕ ສີພັນດອນ ດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ ສປປ ລາວ ແຕ່ປີໃດ, ຫາປີໃດ?

a)

ກ. ປີ 1975-1990

b)

ຂ. ປີ 1975-1991

c)

 ຄ. ປີ 1976-1991

86.

ປະທານ ຄໍາໄຕ ສີພັນດອນ ໄດ້ປະກອບສ່ວນຊ່ວຍຜູ້ນໍາຂອງພັກ ຂອງແນວລາວຮັກຊາດ ໂຕນອອກຈາກ ຄ້າຍຄຸມຂັງໂພນເຄັງ ໃນວັນທີ, ເດືອນ, ປີໃດ ?

a)

ກ. ວັນທີ 23 ພຶດສະພາ 1959.

b)

ຂ. ວັນທີ 23 ພຶດສະພາ 1960.

c)

ຄ. ວັນທີ 23 ພຶດສະພາ 1961.

87.

ປະທານ ຄໍາໄຕ ສີພັນດອນ ໄດ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໃນວັນທີ, ເດືອນ, ປີ ໃດ ຫາປີໃດ?

a)

ກ. 24 ມີນາ 1998 - 08 ກໍລະກົດ 2006

b)

ຂ. 24 ກຸມພາ 1998 - 08 ກໍລະກົດ 2006

c)

ຄ. 24 ກຸມພາ 1998 - 08 ພະຈິກ 2006