Worksheetsກິດຈະກຳຖາມຕອບຂອງເຍົາວະຊົນ
Total questions: 62
Worksheet time: 31mins
ກອງເຍົາວະຊົນທັນວາໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ, ເດືອນປີໃດ?
2 ທັນວາ 1955
14 ເມສາ 1955
2 ມີນາ 1975
ລະບົບການຄຸ້ມຄອງວຽກງານເຍົາວະຊົນ-ອານຸຊົນມີຈັກຂັ້ນ?
ກ. ມີ 1 ຂັ້ນ
ຂ. ມີ 2 ຂັ້ນ
ຄ. ມີ 3 ຂັ້ນ
ພັກປະຊາຊົນປະຕິວັດລາວໄດ້ຕົກລົງປ່ຽນຊື່ຈາກກອງທະຫານນ້ອຍ 48 ໂດຍໃສ່ຊື່ໃໝ່ແມ່ນກອງເຍົາວະຊົນ 12 ຕຸລາ
ໃນວັນທີ່ເດືອນປີໃດ ?
ກ. ວັນທີ 1 ຕຸລາ 1975
ຂ. ວັນທີ 2 ຕຸລາ 1955
ຄ. ວັນທີ 3 ຕຸລາ 1955
ກອງເຍົາວະຊົນນໍາໜ້າລາວຮັກຊາດມີສະມາຊິກທັງໝົດຈັກຄົນ?
ກ. 15 ຄົນ
ຂ. 20 ຄົນ
ຄ. 30 ຄົນ
ປ່ຽນຊື່ການຈັດຕັ້ງກອງເຍົາວະຊົນຈາກກອງເຍົາວະຊົນ 2 ທັນວາ ມາເປັນ ກອງເຍົາວະຊົນທັນວາ ໃນກອງກອງປະຊຸມຄັ້ງທີ່ທໍ່ໃດ?
ກ. ຄັ້ງທີ IV
ຂ. ຄັ້ງທີ V
ຄ. ຄັ້ງທີ VI
ກອງເຍົາວະຊົນທັນວາປະກອບມີຈັກໝວດ ແລະ ມີເຍົາວະຊົນຈັກນ້ອງຈຶ່ງເປັນກອງໜຶ່ງ?
ກ. ມີ 3-4 ໝວດແລະມີສະມາຊິກ 42-120 ນ້ອງ
ຂ. ມີ 5-6 ໝວດແລະມີສະມາຊິກ 20-60 ນ້ອງ
ຄ. ມີ 10-20 ໝວດແລະມີສະມາຊິກ 30-80 ນ້ອງ
ໝູ່ຂອງເຍົາວະຊົນທັນວາມີຈັກນ້ອງ ?
ກ. ມີ 5-8 ນ້ອງ
ຂ. ມີ 6-9 ນ້ອງ
ຄ. ມີ 7-10 ນ້ອງ
ທຸງກອງເຍົາວະຊົນທັນວາມີຄວາມກວ້າງ ແລະ ຄວາມຍາວເທົ່າໃດ?
ກ. ກວ້າງ 50 ຊມ. ຍາວ 80 ຊມ
ຂ. ກວ້າງ 70 ຊມ. ຍາວ 100 ຊມ
ຄ. ກວ້າງ 60 ຊມ. ຍາວ 90 ຊມ
ການຮ້ອງຄໍາວ່າ ກຽມພ້ອມ ໃຫ້ຮ້ອງຈັກເທື່ອ ?
ກ. 4 ເທື່ອ
ຂ. 5 ເທື່ອ
ຄ. 3 ເທື່ອ
ກອງດຸລິຍາງຊຸດໃຫຍ່ປະກອບມີສະມາຊິກຈັກນ້ອງ ?
ກ. 50 ນ້ອງ
ຂ. 47 ນ້ອງ
ຄ. 36 ນ້ອງ
ການຫຼີ້ນອ້ອມກອງໄຟເວລາຕັ້ງຄ້າຍປະກອບມີຈັກທິດ ?
ກ. ມີ 5 ທິດ
ຂ. ມີ 6 ທິດ
ຄ. ມີ 4 ທິດ
ປະທານສະພາສູງສຸດຄົນທໍາອິດມີຊື່ວ່າແນວໃດ?
ກ. ທ່ານໄກສອນພົມວິຫານ
ຂ. ທ່ານ ສຸພານຸວົງ
ຄ. ທ່ານໜູຮັກ ພູມສະຫວັນ
ຜູ້ມີສິດເລືອກຕັ້ງຕ້ອງມີອາຍຸຈັກປີຂື້ນໄປ ?
ກ. 15 ປີ
ຂ. 18 ປີ
ຄ. 20 ປີ
ຜູ້ມີສິດຮັບເລືອກຕັ້ງຕ້ອງມີອາຍຸຈັກປີຂື້ນໄປ ?
ກ. 17 ປີ
ຂ. 19 ປີ
ຄ. 21 ປີ
ປະທານປະເທດແຫ່ງ ສປປ ລາວ ຜູ້ທໍາອິດແມ່ນທ່ານໃດ ?
ກ. ທ່ານ ຄໍາໄຕ ສີພັນດອນ
ຂ. ທ່ານ ສຸພາ ນຸວົງ
ຄ. ທ່ານ ຈູມມະລີ ໄຊຍະສອນ
ກອງເຍົາວະຊົນທັນວານັບແຕ່ມື້ສ້າງຕັ້ງຈົນຮອດປະຈຸບັນຄົບຮອບຈັກປີ ?
ກ. ຄົບຮອບ 75 ປີ
ຂ. ຄົບຮອບ 80 ປີ
ຄ. ຄົບຮອບ 70 ປີ
ເງື່ອນໄຂເປັນອານຸຊົນທັນວາມີອາຍຸແຕ່ຈັກປີຫາຈັກປີ ?
ກ. 6-9 ປີ
ຂ. 6-8 ປີ
ຄ. 5-8 ປີ
ສິດຂອງເຍົາວະຊົນທັນວາມີຈັກສິດ ?
ກ. 8 ສິດ
ຂ. 6 ສິດ
ຄ. 9 ສິດ
ຜືນທຸງຂອງການຈັດຕັ້ງເຍົາວະຊົນມີຈັກສີຄືສີໃດແນ່ ?
ກ. 3 ສີ: ສີແດງ, ສີເຫຼືອງ, ວົງເດືອນສີຂາວ
ຂ. 3 ສີ: ສີແດງ, ສີຟ້າ, ວົງເດືອນສີຂາວ
ຄ. 3 ສີ: ສີແດງ, ສີຂຽວ, ວົງເດືອນສີຂາວ
ການນຸ່ງຖືຂອງອານຸຊົນທັນວາປະກອບມີຫຍັງແດ່?
ກ. ໝວກສີຟ້າ ແລະ ແພສີແດງ
ຂ. ໝວກສີຟ້າ, ແພສີຟ້າ ແລະ ກາອານຸຊົນ
ຄ. ໝວກສີຟ້າ ແລະ ແພສີຟ້າ
ຄໍາຂວັນຂອງເຍົາວະຊົນແມ່ນຫຍັງ ?
ກ. ເພື່ອພາລະກິດຂອງຊາດ ເຍົາວະຊົນກຽມພ້ອມ
ຂ. ເຍົາວະຊົນຄືອານາຄົດຂອງຊາດ
ຄ. ເຍົາວະຊົນປຽບເໝືອນຜ້າຂາວ
ວັງເຍົາວະຊົນທັນວາຕັ້ງຢູ່ບ້ານ,ເມືອງ,ແຂວງໃດ ?
ກ. ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ຂ. ບ້ານດອນຕິ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ຄ. ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ເຈົ້າຄອງນະຄອນຫຼວງວຽງຈັນຄົນປະຈຸບັນ ມີຊື່ວ່າແນວໃດ ?
ກ. ທ່ານ ອາດສະພັງທອງ ສີພັນດອນ
ຂ. ທ່ານ ປອ ອານຸພາບ ຕຸນາລົມ
ຄ. ທ່ານ ປອ ຊົງເລົ່າ ຢົງນູ່
ເລຂາສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົນປະຈຸບັນມີຊື່ວ່າແນວໃດ ?
ກ. ທ່ານ ນວນທອງ ສຸວັນວິໄຊ
ຂ. ທ່ານ ມອນໄຊ ລາວມົວຊົ່ງ
ຄ. ທ່ານ ທອງຈັນ ພູມີພັນ
ເລຂາຊາວໜຸ່ມຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນຄົນປະຈຸບັນມີຊື່ວ່າແນວໃດ ?
ກ. ທ່ານ ນ. ສຸມາລີ ທໍາມະວົງ
ຂ. ທ່ານ ພັນປະສົງ ໄຊຍະວົງສາ
ຄ. ທ່ານ ຫຸມແພງ ສີສົມບັດ
ໂຄງການ ພູເບ້ຍມາຍນິ້ງ ຈໍາກັດ ຕັ້ງໂຮງງານຜະລິດຄຳ ຢູ່ແຂວງໃດ ?
ກ. ແຂວງໄຊສົມບູນ
ຂ. ແຂວງຊຽງຂວາງ
ຄ. ນະຄອນຫລວງວຽງຈັນ
ສາມຫຼ່ຽມຄຳມີປະເທດໃດແດ່ ?
ກ. ລາວ, ໄທ,ຈີນ
ຂ. ລາວ, ໄທ, ມຽນມ້າ
ຄ. ກໍາປູເຈຍ, ຫວຽດນາມ, ໄທ
ສາຂາແມ່ນ້ຳຂອງ ແບ່ງອອກເປັນຈັກສາຂາ ?
ກ. 08 ສາຂາ
ຂ. 10 ສາຂາ
ຄ. 14 ສາຂາ
ເສັ້ນທາງລົດໄຟແຫ່ງທຳອິດ ຂອງ ສປປ ລາວ ມີຄວາມຍາວຈັກກິໂລແມັດ ?
ກ. 1,5 ກິໂລເມັດ
ຂ. 2,5 ກິໂລແມັດ
ຄ. 3,5 ກິໂລແມັດ
ສະຖານີລົດໄຟແຫ່ງທຳອິດ ຢູ່ ສປປ ລາວເອີ້ນຊື່ວ່າແນວໃດ ?
ກ. ສະຖານີວຽງຈັນ
ຂ. ສະຖານີທ່ານາແລ້ງ
ຄ. ສະຖານີດົງໂພສີ
ສປປ ລາວ ເປັນເຈົ້າພາບຈັດງານແຂ່ງຂັ້ນມະຫາກໍາກິລາຊີເກມຄັ້ງທີ 25 ວັນທີ ເດືອນ ປີ ?
ກ. ວັນທີ 9-18 ທັນວາ 2007
ຂ. ວັນທີ 9-18 ທັນວາ 2008
ຄ. ວັນທີ 9-18 ທັນວາ 2009
ຊາວນະຄອນຫລວງວຽງຈັນໄດ້ລຸກຂຶ້ນຢຶດອໍານາດ ໂຄ່ນລົົ້ມລະບອບເກົ່າ ໃນວັນທີ ເດືອນ ປີໃດ ?
ກ. ວັນທີ 20 ມັງກອນ 1955
ຂ. ວັນທີ 10 ຕຸລາ 1945
ຄ. ວັນທີ 23 ສິງຫາ 1975
ຄໍາຂວັນຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນແນວໃດ ?
ກ. ສປປ ລາວ
ຂ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ຄ. ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ອັກສອນສູງມີທັງໝົດຈັກຕົວ, ຄືຕົວໃດແດ່ ?
ກ. 3 ຕົວ: ຂ ສ ຖ
ຂ. 4 ຕົວ: ຂ ສ ຖ, ຜ
ຄ.6 ຕົວ : ຂ, ສ, ຖ, ຜ, ຝ, ຫ
ແມ່ນໃຜເປັນຜູ່ເລືອກຕັ້ງສະມາຊິກສະພາແຫ່ງຊາດ ?
ກ. ລັດຖະບານ
ຂ. ປະທານສະພາແຫ່ງຊາດ
ຄ. ປະຊາຊົນ
ປະທານ ປະເທດ ແຫ່ງ ສປປ ລາວ ຄົນປະຈຸບັນມີຊື່ນາມສະກຸນຄືແນວໃດ ?
ທ່ານ ທອງລຸນ ສີສຸລິດ
ທ່ານ ຈູມມະລີ ໄຊຍະສອນ
ທ່ານ ບຸນຍັງ ວໍລະຈິດ
ນາຍົກລັດທະມົນຕີແຫ່ງ ສປປ ລາວ ຄົນປະຈຸບັນມີຊື່ນາມສະກຸນຄືແນວໃດ ?
ທ່ານ ທອງສິງ ທຳມະວົງ
ທ່ານ ສອນໄຊ ສີພັນດອນ
ທ່ານ ສະເຫຼີມໄຊ ກົມມະສິດ
ລັດໄດ້ກຳນົດເອົາ ວັນເດືອນໃດ ເປັນວັນປູກຕົ້ນໄມ້ແຫ່ງຊາດ ?
ວັນທີ 1 ເດືອນ ມິຖຸນາ ຂອງທຸກໆປີ
ວັນທີ 1 ເດືອນ ກໍລະກົດ ຂອງທຸກໆປີ
ວັນທີ 1 ເດືອນ ສິງຫາ ຂອງທຸກໆປີ
ແມ່ນ້ຳຂອງກຳເນີດມາຈາກໃສ ?
ປະເທດຈີນ
ປະເທດກຳປູເຈຍ
ປະເທດໄທ
ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ມູນເຊື້ອການຕໍ່ສູ້ພິລະອາດຫານຂອງນາຍຄູຄຳ ເພິ່ນໄດ້ກຳນົດເອົາວັນທີເດືອນປີໃດ ເປັນວັນຄູແຫ່ງຊາດ ?
07 ຕຸລາ ຂອງທຸກໆປີ
07 ພະຈິກ ຂອງທຸກໆປີ
07 ທັນວາ ຂອງທຸກໆປີ
ວັນແມ່ຍິງສາກົນແມ່ນວັນທີ ເດືອນປີໃດ ?
8 ມີນາ 1910
8 ມີນາ 1908
8 ມີນາ 1909
ວັນສ້າງຕັ້ງກຳມະບານລາວ ວັນທີ ເດືອນປີ ໃດ ?
ວັນທີ 1 ກຸມພາ 1956
ວັນທີ 1 ກຸມພາ 1965
ວັນທີ 1 ກຸມພາ 1955
ວັນສ້າງຕັ້ງແມ່ຍິງລາວວັນທີ ເດືອນປີໃດ ?
20 ກໍລະກົດ 1955
20 ກໍລະກົດ 1956
20 ກໍລະກົດ 1954
ຫົວໜ້າພະແນກສຶກສາທິການ - ກິລາ ນະຄອນລວງວຽງຈັນ ຄົນປະຈຸບັນຊື່ແນວໃດ ?
ທ່ານ ສົມພອນ ສອນດາລາ
ທ່ານ ບຸນທ່ຽງ ຂຸນສີ
ທ່ານ ທອງພັນ ອຸໄລທອນ
ພັກປະຊາຊັນປະຕິວັດລາວ ສ້າງຕັ້ງຂື້ນໃນວັນທີ ເດືອນປີໃດ ?
ວັນທີ 22 ມີນາ 1954
ວັນທີ 22 ມີນາ 1955
ວັນທີ 22 ມີນາ 1956
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄັ້ງທີເທົ່າໃດ ? ທີ່ປ່ຍນຊື່ພັກປະຊາຊົນລາວ ມາເປັນພັກປະຊາຊົນປະຕິວັດລາວ?
ຄັ້ງທີ II
ຄັ້ງທີ III
ຄັ້ງທີ IV
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ I ຂອງພັກໄດ້ໄຂຂື້ນໃນລະຫວ່າງ ວັນທີ ເດືອນປີໃດ ?
ວັນທີ 1-2 ພະຈິກ 1975
ວັນທີ 1-2 ທັນວາ 1975
ວັນທີ 1-2 ຕຸລາ 1975
ພັກປະຊາຊົນປະຕິວັດລາວສ້າງຕັ້ງຂື້ນຢູ່ແຂວງໃດໃນປະເທດລາວ ?
ແຂວງ ຜົ້ງສາລີ
ແຂວງ ຫົວພັນ
ແຂວງ ອຸດົມໄຊ
ກະສັດອົງໃດ ທີ່ຍ້າຍນະຄອນຫຼວງຂອງອານາຈັກລ້ານຊ້າງ ຈາກນະຄອນຫຼວງພະບາງ ມາຕັ້ງຢູ່ນະຄອນຫຼວງວຽງຈັນ ແລະ ໃນສະຕະວັດທີເທົ່າໃດ ?
ເຈົ້າໄຊຍະເສດຖາທິລາດ,
ສະຕະວັດທີ 16
ເຈົ້າສີສະຫວ່າງວົງ,
ສະຕະວັດທີ 16
ເຈົ້າຟ່າງຸ່ມ, ສະຕະວັດທີ 16
ວັນປະກາດເອກະລາດຂອງລາວ ແມ່ນວັນທີເດືອນປີ ?
ວັນທີ 12 ຕຸລາ 1945
ວັນທີ 12 ຕຸລາ 1946
ວັນທີ 12 ຕຸລາ 1947
ກອງທັບປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂື້ນໃນວັນທີ ເດືອນປີໃດ ?
ວັນທີ 20 ມັງກອນ 1949
ວັນທີ 20 ກຸມພາ 1949
ວັນທີ 20 ມີນາ 1949
ກອງພັນທີ II ໄດ້ຜ່າວົງປິດລ້ອມຂອງສັດຕູອອກຈາກທົ່ງໄຫຫີນ ຊຽງຂວາງໃນວັນທີ ເດືອນປີໃດ ?
ວັນທີ 18 ພຶດສະພາ 1959
ວັນທີ 18 ມີຖຸນາ 1959
ວັນທີ 18 ກໍລະກົດ 1959
ບັນດາຜູ້ນຳແນວລາວຮັກຊາດໂຕນອອກຈາກຄຸກໂພນເຄັງ ໃນວັນທີ ເດືອນປີໃດ ?
ວັນທີ 24 ພຶດສະພາ 1960
ວັນທີ 24 ມິຖຸນາ 1960
ວັນທີ 24 ກໍລະກົດ 1960
ວັນສະຖາປະນາ ສປປ ລາວ ແມ່ນວັນທີເດືອນປີໃດ ?
ວັນທີ 2 ທັນວາ 1975
ວັນທີ 3 ທັນວາ 1975
ວັນທີ 4 ທັນວາ 1975
ປະເທດລາວມີຊາຍແດນຕິດຈອດກັບຈັກປະເທດ ?
5 ປະເທດ
6 ປະເທດ
7 ປະເທດ
ພູທີສູງທີ່ສຸດໃນປະເທດລາວມີຊື່ວ່າແນວໃດ ?
ພູນານ
ພູເບ້ຍ
ພູຫົວໂລ້ນ
ແມ່ນ້ຳສາຍໃດ ທີ່ຍາວທີ່ສຸດໃນທະວີບອາຊີ ?
ແມ່ນ້ຳແຢງຊີກຽງ
ແມ່ນ້ຳຂອງ
ແມ່ນ້ຳງື່ມ
ສະມາຊິກ ອາຊຽນ ມີຈັກປະເທດ ?
ມີ 10 ປະເທດ
ມີ 9 ປະເທດ
ມີ 11 ປະເທດ
ວັນອານຸລັກສັດນ້ຳ ແລະ ສັດປ່າແມ່ນວັນທີເດືອນປີໃດ ?
13 ກໍລະກົດ ຂອງທຸກໆປີ
14 ກໍລະກົດ ຂອງທຸກໆປີ
15 ກໍລະກົດ ຂອງທຸກໆປີ
ການປ່ຽນຊື່ແນວລາວ ອິດສະຫຼະມາເປັນແນວລາວຮັກຊາດແມ່ນວັນທີເດືອນປີໃດ ?
06 ມັງກອນ 1956
06 ກຸມພາ 1956
06 ມີນາ 1956
ວັນຄ້າຍວັນເກີດ ທ່ານ ປະທານສຸພານຸວົງ ວັນທີເດືອນປີໃດ ?
13 ກໍລະກົດ 1909
13 ກໍລະກົດ 1910
13 ກໍລະກົດ 1911
ສປປ ລາວ ມີສາຍພົວພັນແບບພິເສດແບບອ້າຍນ້ອງກັບປະເທດໃດແດ່ ?
ປະເທດ ໄທ
ປະເທດ ສສ ຫວຽດນາມ
ປະເທດ ກຳປູເຈຍ
