
ການວາງແຜນ ແລະ ຄຸ້ມຄອງໂຄງການ
Authored by Sisomphone Southavong
Other
University
Used 6+ times

AI Actions
Add similar questions
Adjust reading levels
Convert to real-world scenario
Translate activity
More...
Content View
Student View
9 questions
Show all answers
1.
OPEN ENDED QUESTION
3 mins • 5 pts
ຈົ່ງໃຫ້ນິຍາມ ແລະ ອະທິບາຍຄວາມສຳຄັນຂອງແຜນການ?
Evaluate responses using AI:
OFF
Answer explanation
-ການວາງແຜນການ ແມ່ນຂະບວນວິວັດແຫ່ງການກໍານົດຈຸດປະສົງ, ເປົ້າໝາຍ, ນະໂຍບາຍ ແລະ ວິທີຈັດຕັ້ງປະຕິບັດທີ່ດີໄວ້ລ່ວງໜ້າ ບົນພື້ນຖານການຮັບຮູ້ກົດເກນທາງດ້ານເສດຖະກິດທີ່ຄາດຄະເນວ່າຈະເຄື່ອນໄຫວໃນໄລຍະເວລາທີ່ກຳນົດໄວ້.
-ຈາກນັ້ນຈຶ່ງເວົ້າໄດ້ວ່າການວາງແຜນແມ່ນການກຳນົດໜ້າທີ່, ທິດທາງເພື່ອຈັດຕັ້ງປະຕິບັດໃນອະນາຄົດ ຢ່າງມີວິທະຍາສາດ ແລະ ທັງເປັນການໃຊ້ຄວາມພະຍາຍາມທີ່ຕໍ່ເນື່ອງເພື່ອເລືອກເຟັ້ນເອົາທິດທາງທີ່ດີທີ່ສຸດມາຈັດຕັ້ງປະຕິບັດໃຫ້ບັນລຸເປົ້າໝາຍທີ່ວາງໄວ້.
2.
OPEN ENDED QUESTION
2 mins • 5 pts
ຈົ່ງອະທິບາຍເຖິງວິໄສທັດຮອດປີ 2030 ຂອງຂະແໜງການກະສິກຳປະກອບມີຫຍັງແດ່ ?
Evaluate responses using AI:
OFF
Answer explanation
ວິໄສທັດ ຂອງຂະແໜງການກະສິກໍາ ແມ່ນ: “ຮັບປະກັນຄວາມໝັ້ນຄົງ ທາງດ້ານສະບຽງອາຫານ, ຜະລິດສິນຄ້າກະສິກໍາທີ່ມີທ່າແຮງ, ພັດທະນາກະສິກໍາສະອາດ, ປອດໄພ ແລະ ຍືນຍົງ ບົນພື້ນຖານການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຕິດພັນກັບການພັດທະນາຊົນນະບົດ ເພື່ອປະກອບສ່ວນ ສ້າງພື້ນຖານເສດຖະກິດແຫ່ງຊາດ”.
3.
OPEN ENDED QUESTION
3 mins • 5 pts
ແຜນງານແມ່ນຫຍັງ? ຈົ່ງອະທິບາຍ ແລະ ຍົກຕົວຢ່າງ?
Evaluate responses using AI:
OFF
Answer explanation
ແຜນງານ: ແມ່ນການສັງລວມເອົາບັນດາໂຄງການ ຫຼື ກຸ່ມກິດຈະກໍາດ້ານວິຊາການ, ການຄ້າ, ການຝຶກອົບຮົມ, ການບູລະນະການຈັດຕັ້ງ ແລະ ອື່ນໆ ທີ່ມີສ່ວນພົວພັນເຊິ່ງກັນ ແລະ ກັນເພື່ອບັນລຸເປົ້າໝາຍຍຸດທະສາດການພັດທະນາໃດໜຶ່ງຂອງຊາດ ຫຼື ຂອງຂະແໜງການໃດໜຶ່ງ.
ດັ່ງນັ້ນ ແຜນງານຈະປະກອບດ້ວຍແຜນການລະດັບຊາດ ແລະ ແຜນງານຂອງຂະ ແໜງການຕ່າງໆ.
4.
MULTIPLE CHOICE QUESTION
30 sec • 2 pts
ອີງຕາມບົດຮຽນຂອງສາກົນ ການວາງແຜນຕ້ອງປະກອບດ້ວຍຈັກໜ້າວຽກທີ່ສຳຄັນ?
2
1
3
4
5.
FILL IN THE BLANKS QUESTION
30 sec • 2 pts
ຖ້າອີງຕາມເນື້ອໃນ ແຜນການແບ່ງອອກເປັນຈັກປະເພດ?
(a)
6.
FILL IN THE BLANKS QUESTION
1 min • 4 pts
ໃນກອງປະຊຸມຜູ້ປະກອບການທຸລະກິດໃນຂະແໜງກະສິກຳ ແລະ ປ່າໄມ້ ປີ 2023 ທ່ານນາຍົກລັດຖະມົນຕີໄດ້ເນັ້ນໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເອົາໃຈໃສ່ບັນຫາໃດເປັນຫລັກ?
(a)
7.
MULTIPLE CHOICE QUESTION
30 sec • 2 pts
ຢູ່ ສປປ ລາວ ເພິ່ນໄດ້ກຳນົດແບ່ງເຂດເສດຖະກິດພິເສດອອກເປັນຈັກເຂດ?
3
2
1
4
Access all questions and much more by creating a free account
Create resources
Host any resource
Get auto-graded reports

Continue with Google

Continue with Email

Continue with Microsoft
or continue with
%20(1).png)
Apple
Others
Already have an account?