Wayground logo

Free Printable Worksheets

Font size

S
M
L
XL
Worksheets

ແບບສອບຖາມເສດຖະສາດ

Total questions: 14

Worksheet time: 11mins

Name
Class
Date
1.

ບິດາແຫ່ງເສດຖະສາດແມ່ນໃຜ?

a)

ອາຟາດ ມາເຊວ

b)

ຈອນ ມາຍນັດເຄນ

c)

ອາດາມ ສະມິດ

d)

ຈອນ ສະຈວດ

2.

2.ຂໍ້ໃດໃຫ້ຄວາມໝາຍຂອງວິຊາເສດຖະສາດຖືກຕ້ອງທີ່ສຸດ?

a)

ວິຊາທີ່ກ່ຽວກັບການຊື້ຂາຍສິນຄ້າ ແລະ ບໍລິການ

b)

ການສະໜອງຕໍ່ຄວາມຕ້ອງການຂອງສັງຄົມ

c)

ເສດຖະກິດ ແລະ ການເມືອງ

d)

ການຈັດສັນຊັບພະຍາກອນໃຫ້ເກີດປະໂຫຍດສູງສຸດ

3.

3.ຂໍ້ໃດທີ່ກົງກັບຄວາມໝາຍຂອງການບໍລິໂພກໃນທາງເສດຖະສາດຫຼາຍທີ່ສຸດ?

a)

ການຊື້ສິນຄ້າມາໃຊ້ໃນຄົວເຮືອນ

b)

ການຮັບປະທານອາຫານໃຫ້ພຽງພໍກັບຄວາມຕ້ອງການ

c)

ການຮັບຟັງຂ່າວສານຜ່ານສື່

d)

ການໃຊ້ສິນຄ້າ ແລະ ບໍໍລິການເພື່ອຕອບສະໜອງຕາມຄວາມຕ້ອງການຂອງມະນຸດ

4.

ຂໍ້ໃດເປັນໄປຕາມກົດຂອງອຸປະສົງ?

a)

ລາຄາປ່ຽນແປງທິດທາງດຽວກັນກັບປະລິມານສະເໜີຊື້

b)

ລາຄາປ່ຽນແປງກົງກັນຂ້າມກັບປະລິມານສະເໜີຊື້

c)

ລາຍໄດ້ປ່ຽນແປງກົງກັນຂ້າມກັບປະລິມານສະເໜີຊື້

d)

ລາຄາປ່ຽນແປງທາງດຽວກັນກັບປະລິມານສະເໜີຂາຍ

5.

ການຈັດສັນຊັບພະຍາກອນທີ່ມີຈໍາກັດບໍ່ສອດຄ່ອງກັບຄວາມຕ້ອງການທີ່ບໍ່ຈໍາກັດຂອງມະນຸດຈະເກີດຫຍັງຂຶ້ນ?

a)

ການຂາດແຄນ

b)

ການຂາດທຶນ

c)

ສິນຄ້າລົ້ນຕະຫຼາດ

d)

ການກັກຕຸ້ນສິນຄ້າ

6.

ຜູ້ທີ່ລວບລວມປັດໄຈການຜະລິດແມ່ນໃຜ?

a)

ຜູ້ຜະລິດ

b)

ຜູ້ບໍລິໂພກ

c)

ຜູ້ປະກອບການ

d)

ຜູ້ໃຊ້ແຮງງານ

7.

ຂໍ້ໃດເປັນໄປຕາມກົດຂອງອຸປະທານ?

a)

ຜູ້ຜະລິດຈະຜະລິດສິນຄ້າເພີ່ມຂຶ້ນ ຖ້າລາຄາສິນຄ້າສູງຂຶ້ນ

b)

ຜູ້ຜະລິດສິນຄ້າຈະຜະລິດສິນຄ້າຫຼຸດລົງ ຖ້າລາຄາສິນຄ້າຫຼຸດລົງ

c)

ຜູ້ຜະລິດຈະຜະລິດເພີ່ມຂຶ້ນເມື່ອລາຄາປັດໄຈການຜະລິດລຸດລົງ

8.

ບັນຫາພື້ນຖານທີ່ສໍາຄັນທາງເສດຖະກິດ ໄດ້ແກ່:

a)

ຈະຂາຍສິນຄ້າແນວໃດໃຫ້ໄດ້ກຳໄລສູງສຸດ

b)

ຈະຂາຍສິນຄ້າແນວໃດໃຫ້ຂາດທຶນໜ້ອຍທີ່ສຸດ

c)

ຈະຜະລິດສິນຄ້າຫຍັງ ຜະລິດສິນຄ້າແນວໃດ ແລະ ຜະລິດເພື່ອໃຜ

d)

ຈະຜະລິດສິນຄ້າອັນໃດໃຫ້ໄດ້ກຳໄລສູງສຸດ

9.

ເສັ້ນອຸປະສົງໝາຍເຖິງຫຍັງ?

a)

ເສັ້ນທີ່ສະແດງເຖິງຄວາມສໍາພັນລະຫວ່າງລາຄາ ກັບ ປະລິມານຊື້

b)

ເສັ້ນທີ່ສະແດງຄວາມສໍາພັນລະຫວ່າງ ລາຄາ ກັບ ປະລິມານຂາຍ

c)

ເສັ້ນທີ່ສະແດງຄວາມສໍາພັນລະຫວ່າງລາຄາ ກັບ ປະລິມານຂອງສອງສິນຄ້າ

10.

ຂໍ້ໃດເປັນການສຶກສາທາງດ້ານ Macroeconomics?

a)

ດຸນການຄ້າ

b)

ຄວາມເຕີບໂຕທາງເສດຖະກິດ

c)

ລາຍໄດ້ແຫ່ງຊາດ

d)

ນະໂຍບາຍງົບປະມານ ນະໂຍບາຍເງິນຕາ

e)

ຖືກທຸກຂໍ້

11.

ຖ້າການທີ່ລາຍໄດ້ສູງຂຶ້ນເຮັດໃຫ້ປະລິມານສະເຫນີຊື້ສິນຄ້າ A ສູງຂຶ້ນ

ສະແດງວ່າ A ເປັນສິນຄ້າປະເພດໃນ?

a)

ສິນຄ້າດ້ອຍ

b)

ສິນຄ້າຈໍາເປັນ

c)

ສິນຄ້າປົກກະຕິ

d)

ສິນຄ້າຟຸມເຟື້ອຍ

12.

ຖ້າການທີ່ລາຍໄດ້ສູງຂຶ້ນເຮັດໃຫ້ປະລິມານສະເຫນີຊື້ສິນຄ້າ A ຫລຸດລົງ ສະແດງວ່າ A ເປັນສິນຄ້າປະເພດໃດ?

a)

ສິນຄ້າປົກກະຕິ

b)

ສິນຄ້າດ້ອຍຄຸນນະພາບ

c)

ສິນຄ້າໃຊ້ທົດແທນກັນ

d)

ສິນຄ້າໃຊ້ຮ່ວມກັນ

13.

ຂໍ້ໃດຄືສົມຜົນຂອງອຸປະທານ?

a)

Q= 5-2P

b)

Q=5-2y

c)

Q=3+2p

d)

Q=3+2y

14.

ຂໍ້ໃດຄືຕົວກຳນົດທາງກົງຂອງອຸປະສົງ?

a)

ລາລາສິນຄ້າຊະນິດນັ້ນ

b)

ລາຄາສິນຄ້າອື່ນທີ່ກ່ຽວຂ້ອງ

c)

ລາຍໄດ້ຂອງຜູ້ບໍລິໂພກ

d)

ລົດສະນິຍົມຂອງຜູ້ບໍລິໂພກ