NEW
Font size
WorksheetsElephant Conservation center
Total questions: 20
Worksheet time: 19mins
ຄໍາຕອບຕໍ່ໄປນີ້ຂໍ້ໃດກ່ຽວຂ້ອງກັບລະບົບຍ່ອຍອາຫານຂອງຊ້າງ
ເປັນສັດຄ້ຽວເອື້ອງທີ່ມີລະບົບຍ່ອຍອາຫານຄ້າຍຄືກັບງົວເຊິ່ງອາໃສຈຸລິນຊີໃນກະເພາະໝັກເພື່ອຍ່ອຍເຊວລູໂຣລ.
ເປັນສັດກິນພືດທີ່ມີລະບົບຍ່ອຍອາຫານແບບສັດກະເພາະດ່ຽວ ເຊິ່ງບໍ່ສາມາດຍ່ອຍເຊວລູໂຣລໄດ້ຕ້ອງອາໃສອາຫານເສີມທີ່ມີຄາໂບໄຮເດດສູງ ແລະ ຍ່ອຍງ່າຍ.
ເປັນສັດທີ່ກິນພືດທຸກຊະນິດທີ່ມີລະບົບຍ່ອຍອາຫານແບບສັດກະເພາະດ່ຽວຄ້າຍຄືກັບໝູສ່ວນໃຫຍ່ກິນອາຫານຈາກພືດຫຼາຍຊະນິດແຕ່ເພື່ອໃຫ້ໄດ້ໂປຣຕີນ ແລະ ກົດອະມິໂນທີ່ຈຳເປັນບາງຄັ້ງກໍ່ກິນສັດຂະໜາດນ້ອຍເຊັ່ນ: ໜອນ, ແມງໄມ້, ນົກ ແລະ ໜູ
ເປັນສັດກິນພືດທີ່ມີລະບົບຍ່ອຍອາຫານແບບສັດກະເພາະດ່ຽວຄ້າຍຄືກັບມ້າສໍາຫຼັບການຍ່ອຍເຊວລູໂຣລສ່ວນໃຫຍ່ເກີດຂຶ້ນໃນລໍາໄສ້ແກ່ສ່ວນຕົ້ນ ແລະ ຂຶ້ນຢູ່ກັບຊະນິດຂອງຈຸລິນຊີ
ງາຊ້າງຈັດເປັນແຂ້ວປະເພດໃດ
Caninus (ແຂ້ວໝາກແງແບບໝາ, ແມວ)
Incisive (ແຂ້ວຕັດດ້ານເທິງ)
Premolar (ແຂ້ວກົກໜ້າ)
Molar (ແຂ້ວກົກຫຼັງ)
ຕະຫຼອດຊີວິດຂອງຊ້າງມີແຂ້ວທັງໝົດຈັກເຫຼັ້ມ (ລວມທັງງາ)
36
30
26
24
ຄໍາຕອບໃດຕໍ່ໄປນີ້ເປັນຄໍາຕອບທີ່ຖືກຕ້ອງກ່ຽວກັບເມັດເລືອດຂາວຊ້າງ
ຊ້າງມີMonocyteຫຼາຍຊະນິດໄດ້ແກ່Monocyteທີ່ມີນິວຄຼຽດກົມໃຫຍ່ໜຶ່ງອັນ ແລະ Monocyte ທີ່ມີ ນິວຄຼຽດແບບຫ້ອຍ ຫຼື ແບ່ງສ່ວນ (bi-lobed, tri-lobed ແລະ multilobed)
ຊ້າງມີລິມໂຟໄຊສ 2 ຊະນິດຄື: ລິມໂຟໄຊສທີ່ມີນິວຄຼຽດກົມໃຫຍ່ ແລະ ລິມໂຟໄຊສທີ່ບໍ່ມີນິວຄຼຽດ
ມີເມັດເລືອດຂາວຊະນິດນິວໂທຼຟິວ ຫຼື ເຮເຕີໂຣຟິວຫຼາຍທີ່ສຸດ
ຊ້າງບໍ່ມີອີໂອສິໂນຟິວ ແລະ ບາໂຊຟິວ
ໃນຊ້າງເຮົາມັກຈະເຫັນມີນໍ້າຕາໄຫຼອອກມາຈາກມຸມຂອງດວງຕາ ແລະ ຜິວໜັງກ້ອງຕາປຽກເລັກນ້ອຍເປັນຍ້ອນຫຍັງ?
ຊ້າງປ່ວຍເປັນພະຍາດເຍື່ອບຸຕາອັກເສບຊໍ້າເຮື້ອເພາະຢູ່ໃນສະພາບແວດລ້ອມທີ່ຮ້ອນ, ຊື້ນ ແລະ ມີຝຸ່ນຫຼາຍ
ເປັນລັກສະນະປົກກະຕິເນື່ອງຈາກຊ້າງບໍ່ມີທໍ່ນໍ້າຕາສໍາຫຼັບລະບາຍນໍ້າຕາຄືກັບສັດລ້ຽງລູກດ້ວຍນົມ ແລະ ຄົນ
ສິ່ງນີ້ເປັນສັນຍານຂອງການຕິດເຊື້ອຊໍ້າເຮື້ອທີ່ຕ້ອງໄດ້ຮັບການປິ່ນປົວທັນທີ
ເປັນຍ້ອນວ່າພື້ນທີ່ອ້ອມຮອບຍັງປຽກເລັກນ້ອຍຫຼັງຈາກຊ້າງຖືກຄວານຊ້າງອາບນໍ້າໃຫ້
ຂໍ້ໃດຕໍ່ໄປນີ້ເປັນຄໍາຕອບທີ່ ບໍ່ຖືກຕ້ອງ
ຊ້າງບໍ່ມີຖົງນໍ້າບີ
ຊ້າງບໍ່ມີແຂ້ວໝາກແງ (Caninus)
ຊ້າງບໍ່ມີມ້າມ
ຊ້າງບໍ່ມີທໍ່ນໍ້າຕາ
ຂໍ້ໃດຕໍ່ໄປນີ້ເປັນຄໍາຕອບທີ່ ບໍ່ຖືກຕ້ອງ
ຊ້າງມີອະໄວຍະວະທີຊື່ວ່າ vomeralnaso organ ເປັນຮູນ້ອຍໆສອງຮູເທິງເພດານປາກເຊິ່ງມີໜ້າທີ່ຮັບຮູ້ກິ່ນຕ່າງໆໂດຍສະເພາະກິ່ນຟີໂຣໂມນຈາກຊ້າງໂຕອື່ນ.
ຊ້າງມີຕ່ອມຂ້າງຂະມັບເຫັນເປັນຮູນ້ອຍໆເຊິ່ງສາມາດຂັບຂອງແຫຼວທີ່ມີຟີໂຣໂມນອອກມາ ແລະ ຈະສະແດງອາການດຸຮ້າຍສະເພາະໃນຊ້າງໂຕຜູ້ທີ່ໃຫຍ່ເຕັມໄວໃນຊ່ວງຕົກມັນ.
ຊ້າງມີຕ່ອມເຫື່ອຢູ່ດ້ານເທິງ ແລະ ລະຫວ່າງເລັບຕີນເຊິ່ງມັກຈະເຫັນເປັນເສັ້ນນ້້ອຍໆ
ຊ້າງມີຕັບທີ່ມີສອງກີບທີ່ແຕກຕ່າງກັນ ແລະ ແຕ່ລະກີບເຫຼົ່ານີ້ກໍ່ມີຖົງນໍ້າບີຂອງມັນເອງ
ກາຝາກໂຕກົມ (Nematode) ຊະນິດໃດທີ່ພົບໃນທໍ່ນໍ້າບີຂອງຊ້າງໂດຍສະເພາະໃນຊ້າງນ້ອຍ?
Fasciola hepatica
Strongyloides elephantis
Grammocephalus varedatus
Haemonchus contortus
ເຮົາຕ້ອງໃຊ້ຂໍ້ມູນໃດໃນການຄໍານວນຂະໜາດຢາເພື່ອຄວາມຖືກຕ້ອງທີ່ສຸດຖ້າເຮົາຢາກປິ່ນປົວສັດປ່ວຍ?
ນໍ້າໜັກ, ອາຍຸ ແລະ ເພດຂອງສັດປ່ວຍ.
ນໍ້າໜັກ, ຂະໜາດຢາເປັນ(mg/ml) ຂອງນໍ້າໜັກໂຕຂອງສັດທີ່ເຮົາຕ້ອງການຮັກສາ, ຄວາມເຂັ້ມຂຸ້ນຂອງຢາ (mg/ml ຫຼື mg/tablet) ໃນກ່ອງຢາທີ່ເຮົາຈະໃຊ້.
A. ຂະໜາດຢາເປັນ mg/kg ຂອງນໍ້າໜັກໂຕສໍາຫຼັບຊະນິດສັດທີ່ເຮົາຕ້ອງການປິ່ນປົວ, ນໍ້າໜັກໂຕຂອງສັດປ່ວຍ, ຊື່ການຄ້າ ແລະ ບໍລິສັດຂອງຢາທີ່ເຮົາຕ້ອງການໃຊ້.
ອາຍຸຂອງສັດເຈັບ, ຊື່ເຈົ້າຂອງສັດ, ຂະນາດຢາເປັນ mg/kg ຂອງນໍ້າໜັກໂຕສັດປ່ວຍ, ຄວາມເຂັ້ມຂຸ້ນຂອງຢາ (mg/ml ຫຼື mg/tablet) ໃນກ່ອງຢາທີ່ເຮົາຕ້ອງການໃຊ້.
ກ່ຽວກັບການສັກຢາເຂົ້າກ້າມຊີ້ນຂອງຊ້າງຂໍ້ໃດ ຖືກຕ້ອງ
ການສັກຢາເຂົ້າກ້າມຊີ້ນໃນຊ້າງຄວນສັກທີ່ກ້າມຊີ້ນຂາຫຼັງເທົ່ານັ້ນ()ເນື່ອງຈາກປະລິມານທີ່ສັກມີປະລິມານຫຼາຍ
ຜິວໜັງ ແລະ ຫຼືບໜັງຂອງຊ້າງໜາເກີນ 3 cm ດັ່ງນັ້ນຈໍາເປັນທີ່ຈະຕ້ອງໃຊ້ເຂັມທີ່ຍາວພໍທີ່ຈະເຈາະຜິວໜັງຜ່ານໄປຮອດຊັ້ນກ້າມຊີ້ນເພື່ອປ້ອງກັນການສັກຢາຮອດແຕ່ຫຼືບໜັງ
A. ບໍ່ຄວນສັກຢາເຂົ້າກ້າມຊີ້ນເນື່ອງຈາກປະລິມານທີ່ຕ້ອງສັກຫຼາຍເກີນໄປຈະເຮັດໃຫ້ກ້າມຊີ້ນຕາຍໄດ້ຖ້າສັກເຂົ້າກ້າມຊີ້ນ
ສາມາດສັກເຂົ້າກ້າມຊີ້ນໄດ້ໃນປະລິມານໜ້ອຍເທົ່ານັ້ນ, ຖ້າຕ້ອງໃຫ້ໃນປະລິມານຫຼາຍຕ້ອງໃຫ້ແບບກິນ ຫຼື ແບບສັກເຂົ້າເສັ້ນເລືອດສະເໝີ
ເສັ້ນເລືອດໃດຕໍ່ໄປນີ້ ບໍ່ເໝາະສົມ ໃນການສັກຢາ ແລະ ເຈາະເລືອດ
Vena jugularis
Vena cephalica antebrachii
Vena saphena
Vena auricularis
ໃນລະຫວ່າງການກວດຮ່າງກາຍຊ້າງພົບເຫົາຊ້າງ (Haematomyzus elephantis) ແລະ ເມື່ອກວດອາຈົມພົບໄຂ່ຂອງກາຝາກ Strongyloides, Strongylus ແລະ Amphistomum ເຈົ້າຈະໃຊ້ຢາຊະນິດໃດຮ່ວມກັນເພື່ອປິ່ນປົວຊ້າງຈາກກາຝາກເຫຼົ່ານີ້?
Ivermectin
Oxyclozanide and Ivermectin
Febantel and Oxyclozanide
Ivermectin and Triclabendazole
ຊ້າງທີ່ບໍ່ໄດ້ຮັບຢາຂ້າກາຝາກມາເປັນເວລາ 8 ເດືອນ ແລະ ໃນອາຈົມພົບໄຂ່ກາຝາກໂຕກົມຈຳນວນຫຼາຍ. ຊ້າງມີນໍ້າໜັກໂຕ 3400kg. ຢາຂ້າກາຝາກທີ່ຈະໃຫ້ຊື່ການຄ້າຄື Monil ທີ່ມີຕົວຢາ Albendazole 1125 mg/ເມັດ ແລະ ຂະໜາດຢາຂອງ Albendazole ທີ່ຄວນໃຫ້ຄື 12 mg/kg. ຕ້ອງໃຫ້ຢາແກ່ຊ້າງໂຕນີ້ຈັກເມັດ?
18
21
30
37
ໃນວົງຮອບການເປັນສັດຂອງ ງົວ ໂດຍສະເລ່ຍໜຶ່ງຮອບການເປັນສັດຈະໃຊ້ເວລາເຖິງ 21 ມື້ (18-24) ແລ້ວໃນ ວົງຮອບການເປັນສັດໃນຊ້າງອາຊີຈະໃຊ້ເວລາດົນປານໃດ
25 - 30 ມື້
45 - 60 ມື້
14 - 16 ອາທິດ
28 - 30 ອາທິດ
ຂໍ້ໃດແມ່ນຂໍ້ທີ່ຖືກຕ້ອງທີ່ໝາຍເຖິງຄວາມຍາວຂອງສອງໄລຍະລະຫວ່າງຮອບວຽນການເປັນສັດໃນຊ້າງອາຊີ(ສໍາຫຼັບຊ້າງທີ່ເປັນປະຈຳເດືອນປົກກະຕິ)
ໄລຍະFollicular phase ແມ່ນຍາວນານທີ່ສຸດ
ໄລຍະ luteal phase ແມ່ນຍາວນານທີ່ສຸດ
ທັງສອງໄລຍະແມ່ນຍາວນານເທົ່າກັນ
ໃນແຕ່ລະຮອບບໍ່ຄືກັນ
ໃນການວິນິໄສ ແລະ ກວດວົງຮອບການເປັນສັດຂອງຊ້າງອາຊີ ສາມາດກວດຄວາມເຂັ້ມຂຸ້ນຂອງຮໍໂມນໃນເລືອດໄດ້ ຕ້ອງໃຊ້ເວລາກວດດົນປານໃດ ຈື່ງຈະສາມາດຮູ້ຜົນໄດ້ຖືກຕ້ອງ
ຕ້ອງເກັບຕົວຢ່າງເລືອດ ແລະ ກວດທຸກໆອາທິດເປັນເວລາຢ່າງໜ້ອຍ 8-12 ອາທິດ
ຕ້ອງເກັບຕົວຢ່າງເລືອດ ແລະ ກວດສອງຄັ້ງໃນຊ່ວງເວລາສອງເດືອນ
ຕ້ອງເກັບເລືອດທຸກໆເດືອນເປັນເວລາຢ່າງໜ້ອຍ 6 ເດືອນ
ຕ້ອງເກັບຕົວຢ່າງເລືອດ ແລະ ກວດທຸກໆອາທິດເປັນເວລາ 3-4 ອາທິດ
ຊ້າງສາມາດຕິດເຊື້ອພະຍາດວັນນະໂລກໄດ້, ສິ່ງໃດເປັນແຫຼ່ງແພ່ເຊື້ອຫຼັກຂອງຊ້າງ?
ງົວ ແລະ ຄວາຍ
ຊ້າງໂຕອື່ນໆ
ຄົນ
ລີງ ແລະ ໜູ
ຢາຂ້າກາຝາກຊະນິດໃດຕໍ່ໄປນີ້ມີອັດຕາຄວາມປອດໄພຕໍ່າຫຼາຍໃນຊ້າງ (ແລະ ສັດລ້ຽງລູກດ້ວຍນົມອື່ນໆຫຼາຍຊະນິດ) ທີ່ເຮັດໃຫ້ເກີດຜົນຂ້າງຄຽງຮ້າຍແຮງຫຼາຍ ຫຼື ເຖິງຂັ້ນເສຍຊີວິດໄດ້ຖ້າໃຫ້ເກີນ 2-2.5 ເທົ່າຂອງປະລິມານປົກກະຕິ
Ivermectin
Oxyclozanide
Levamisol
Praziquantel
ພະຍາດ EEHV ບາງຄັ້ງອາດຈະເຮັດໃຫ້ເກີດເລືອດອອກໃນຊ້າງທີ່ອາຍຸນ້ອຍ (ສ່ວນໃຫຍ່ອາຍຸລະຫວ່າງ 1-5 ປີ) ຊ້າງຕິດ EEHV ໄດ້ແນວໃດ? ພາຫະນໍາເຊື້ອແມ່ນຫຍັງ?
ສາຍພັນອື່ນໆເຊັ່ນ: ຄວາຍ, ໜູ, ໝາ, ແມວ ແລະ ສັດລ້ຽງລູກດ້ວຍນົມເປັນພາຫະຂອງ EEHV ແລະ ແພ່ເຊື້ອໃສ່ຊ້າງໂຕອື່ນໃນຊ່ວງທີ່ມີພາວະທີ່ມີເຊື້ອໄວຣັສໃນຮ່າງກາຍ
EEHV ເປັນໄວຣັສສະເພາະຊະນິດໜຶ່ງທີ່ມີຢູ່ໃນຊ້າງເທົ່ານັ້ນ ແລະ ໄດ້ພັດທະນາໄປພ້ອມໆກັນກັບຊ້າງທີ່ເປັນໂຮສຂອງມັນມາຫຼາຍລ້ານປີ, ຊ້າງຫຼາຍໂຕເປັນພາຫະແຝງໂດຍທີ່ບໍ່ສະແດງອາການໃດໆແຕ່ບາງຄັ້ງກໍ່ມີໄລຍະຂອງພາວະທີ່ມີເຊື້ອໄວຣັສໃນຮ່າງກາຍເຊິ່ງໄວຣັສຈະໄຫຼວຽນໃນກະແສເລືອດ ແລະ ສາມາດແພ່ກະຈາຍ ແລະ ສົ່ງຕໍ່ໄປຍັງຊ້າງໂຕອື່ນໆ
EEHV ເປັນການກາຍພັນສະເພາະຂອງໄວຣັສ Herpes ຂອງຄົນ. ຖ້າຄົນເປັນພາຫະແຝງຂອງພະຍາດນີ້ພັດທະນາເປັນພາວະທີ່ມີເຊື້ອໄວຣັສໃນຮ່າງກາຍກໍສາມາດແພ່ເຊື້ອໄປຍັງຊ້າງກໍຂະເລີ່ມກາຍພັນເປັນສາຍພັນ EEHV ແລະ ເຮັດໃຫ້ເກີດພາວະເລືອດອອກໄດ້
ຍັງບໍ່ຮູ້ສາເຫດທີ່ແທ້ຈິງວ່າ EEHV ມາຈາກໃສແຕ່ການສຶກສາທາງວິທະຍາສາດລ່າສຸດບົ່ງຊີ້ວ່າເປັນພະຍາດທີ່ເກີດຈາກອາກາດເຊິ່ງແຜ່ກະຈາຍ ແລະ ແພ່ເຊື້ອໂດຍນົກທີ່ອົບພະຍົບ
EEHV-HD ກໍ່ໃຫ້ເກີດອາການທາງຄຣີນິກຫຼາຍຢ່າງເຊັ່ນ: ໃບໜ້າບວມນໍ້າ, ລິ້ນຂຽວ, ເບື່ອອາຫານ, ມີໄຂ້, ຊຶມ, ອ່ອນແຮງ, ຍ່າງຂາຫ່ານ ແລະ ເສຍຊີວິດກະທັນຫັນອາການທັງໝົດເຫຼົ່ານີ້ບໍ່ສະແດງອາການຊັດເຈນສໍາຫຼັບ EEHV-HD ແຕ່ອາດຈະເກີດຈາກພະຍາດອື່ນໆໄດ້ ດັ່ງນັ້ນ EEHV ຈຶ່ງບໍ່ສາມາດວິນິໃສໄດ້ຢ່າງຊັດເຈນຫາກບໍ່ມີການກວດໃນຫ້ອງແລັບເພື່ອວິນິໃສແຍກຫຼາຍພະຍາດອອກໄປ, ພະຍາດໃດຕໍ່ໄປນີ້ບໍ່ແມ່ນການວິນິໃສຄວາມແຕກຕ່າງຂອງ EEHV-HD ເນື່ອງຈາກບໍ່ກໍ່ໃຫ້ເກີດອາການທາງຄຣີນິກທີ່ຄ້າຍຄືກັນ?
Encephalo-Myocarditis Virus (EMC)
Hemorrhagic septicemia
E. coli colibacillosis
Tuberculosis
